​ຮອງນາຍົກ ເນັ້ນຫຼາຍບັນຫາສຳຄັນທີ່ຕິດພັນກັບກະຊວງພາຍໃນ

    ວັນທີ 22 ກໍລະກົດ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ພົບປະຄະນະນຳ ແລະ ພະນັກງານຫຼັກແຫຼ່ງກະຊວງພາຍໃນ ເປັນກຽດຕ້ອນຮັບຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ໃນພິທີ ທ່ານ ທອງຈັນ ມະນີໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງກະຊວງພາຍໃນເປັນຕົ້ນແມ່ນຜົນສຳເລັດຂອງການຈັດຕັ້ງປະຕິບັດວິຊາສະເພາະ ເຊັ່ນ ວຽກງານການບໍລິຫານລັດ ການປົກຄອງທ້ອງຖິ່ນ ການຄຸ້ມຄອງພົນລະເມືອງ ວຽກງານຊົນເຜົ່າ ແລະ ສາສະໜາ ຂົງເຂດວຽກງານຄຸ້ມຄອງລັດຖະກອນ ວຽກງານເຕັກນິກການປົກຄອງ ການສໍາຫຼວດ ແລະ ແຜນທີ່ ການແຂ່ງຂັນ ແລະ ຍ້ອງຍໍ ການຄຸ້ມຄອງເອກະສານ ພ້ອມທັງລາຍງານຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ.

    ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ໂອ້ລົມເພື່ອເປັນທິດທາງໃນການປັບປຸງ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ.

​.  # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!