ທ່ານ ອັນ ພິສ ຮັດດາ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນໃຫ້ຄຳເຫັນວ່າ :

ແມ່ນ້ຳຂອງ ປຽບເໝືອນໝາກຫົວໃຈ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໄຫຼເປັນໄລຍະທາງເກືອບ 5.000 ກິໂລແມັດ ຜ່ານປະເທດຈີນ ເຊິ່ງເປັນບ່ອນທີ່ຮູ້ກັນໃນຊື່ ແມ່ນ້ຳລ້ານຊ້າງ ແລະ ສືບຕໍ່ໄຫຼຜ່ານ ປະເທດມຽນມາ ປະເທດລາວ ປະເທດໄທ ແລະ ກຳປູເຈຍ ກ່ອນທີ່ໄຫຼເຂົ້າສູ່ ປະເທດຫວຽດນາມ ແລະ ໄຫຼລົງສູ່ທະເລ.

ປະຊາຊົນຫຼາຍກວ່າ 70 ລ້ານຄົນ ໃນປະເທດເຫຼົ່ານີ້ ເພິ່ງພາອາໄສແມ່ນ້ຳແຫ່ງນີ້ ເປັນບາງສ່ວນ ຫຼື ທັງໝົດ ເພື່ອຫາລ້ຽງຊີບພວກເຂົາ ແລະ ຍັງມີບົດບາດສຳຄັນຕໍ່ຂົງເຂດເສດຖະກິດ ຂອງບັນດາປະເທດລຸ່ມນ້ຳຂອງ ເຊິ່ງບໍ່ສາມາດບັນຍາຍໄດ້ທັງໝົດ ບົດສຶກສາ ຂອງຄະນະກຳມະທິການແມ່ນ້ຳຂອງສາກົນ ວ່າງບໍ່ດົນມານີ້ ໄດ້ໃຫ້ຮູ້ວ່າ ເມື່ອລວມ 4 ປະເທດລຸ່ມນ້ຳຂອງ ປະເທດກຳປູເຈຍ ປະເທດລາວ ປະເທດໄທ ແລະ ປະເທດຫວຽດນາມ ເຂົ້າດ້ວຍກັນ ແມ່ນມີ ຜົນຜະລິດເຂົ້າ ແລະ ປາ ກວມປະມານເຄິ່ງໜຶ່ງຂອງ ພາກພື້ນແມ່ນ້ຳຂອງ ພ້ອມທັງ ມີອັດຕາສ່ວນໜຶ່ງໃນສາມ ດ້ານການທ່ອງທ່ຽວ ແລະ ມີອັດຕາສ່ວນຄວາມຕ້ອງດ້ານການພະລັງງານເປັນຈຳນວນຫຼາຍ ໃນພາກພື້ນແຫ່ງນີ້.

ແຕ່ວ່າ ໜ້າທີ່ອັນສຳຄັນຂອງແມ່ນ້ຳຂອງ ໃນການເປັນ ແຫຼ່ງຂອງຊີວິດ ແລະ ເປັນແຫຼ່ງຫາຢູ່ຫາກິນນັ້ນ ກຳລັງປະເຊີນໜ້າກັບ ໄພຄຸກຄາມຫຼາຍດ້ານ ໄພຄຸກຄາມເຫຼົ່ານີ້ ຍັງເພິ່ມທະວີດ້ວຍ ການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສ້າງຄວາມຫຍຸ້ງຍາກ ທາງເສດຖະກິດ ແລະ ບັນຫາສິ່ງແວດລ້ອມ ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ການລ໋ອກດາວ ຫຼື ປິດເມືອງ ທີ່ແກ່ຍາວນັ້ນ ໄດ້ເຮັດໃຫ້ເກີດມີການສູນເສຍລາຍໄດ້ ແລະ ກໍມີການເພິ່ມທະວີຄວາມພະຍາຍາມໃນການຫາປາ ເນື່ອງຈາກຄວາມຕ້ອງການທາງດ້ານອາຫານຈຳນວນຫຼາຍ ໃນທົ່ວທັງອ່າງແມ່ນ້ຳແຫ່ງນີ້ ຊຸມຊົນຕ່າງໆ ໄດ້ປະສົບກັບ ບັນຫາທ້າທາຍອື່ນໆ ທີ່ມີມາກ່ອນແລ້ວ ບໍ່ວ່າຈະເປັນ ການເຊາະເຈື່ອນຂອງແຄມຝັ່ງນ້ຳ ປະລິມານປາທີ່ຫຼຸດລົງ ແລະ ການຕື່ມເຕັມຂອງຕະກອນ ຢູ່ເຂດສາມລ່ຽມປາກແມ່ນ້ຳຂອງຫຼຸດລົງ ເຊິ່ງເປັນຜົນມາຈາກ ການໃຊ້ນ້ຳຫຼາຍ ແລະ ການປ່ຽນແປງດິນຟ້າອາກາດ.

ເວລາ ບໍ່ເຂົ້າຂ້າງພວກເຮົາ ພວກເຮົາຕ້ອງມາຮ່ວມມືກັນ ເພື່ອຮັບມືກັບບັນຫາທ້າທາຍເຫຼົ່ານີ້ ເພື່ອອະນຸຮັກ ແມ່ນ້ຳສາຍທີ່ຍາວເປັນອັນດັບທີ 12 ຂອງໂລກ ແລະ ຄຸນຄ່າທາງການຜະລິດທີ່ສຳຄັນ ສຳລັບທຸກໆປະເທດແຄມຝັ່ງນ້ຳ ໃນຂະນະທີ່ ທຳມະຊາດ ກຳລັງສະແດງສັນຍານ ໝົດຄວາມອົດທົນ ໃຫ້ພວກເຮົາເຫັນແລ້ວ.
ໄພແຫ້ງແລ້ງຮຸນແຮງ ໃນປີ 2019 ແລະ ປີ 2020 ໄດ້ເຮັດໃຫ້ ລະດັບນ້ຳຂອງແມ່ນ້ຳຂອງ ຫຼຸດລົງເຖິງ ຈຸດຕ່ຳສຸດ ເປັນປະຫວັດການ ໃນການພະຍາກອນຫຼ້າສຸດນັ້ນ ຄມສ ເຊິ່ງຕາງໜ້າໃຫ້ 4 ປະເທດໃນອ່າງແມ່ນ້ຳຂອງຕອນລຸ່ມ ໄດ້ຄາດຄະເນວ່າ ໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ ຈະເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນ.
ສະພາບການ ປັດຈຸບັນ ຂອງ ອ່າງແມ່ນ້ຳຂອງ ມີຄວາມຮຽກຮ້ອງຕ້ອງການ ໃຫ້ມີການແກ້ໄຂບັນຫາ ຮູບແບບໃໝ່ ບົນພື້ນຖານ ຄວາມເຊື່ອໝັ້ນ ຄວາມຈິງໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງບັນດາປະເທດສະມາຊິກ ລວມໄປເຖິງຄວາມຮັບຜິດຊອບຮ່ວມກັນ ເພື່ອປົກປ້ອງ ລະບົບນິເວດທີ່ລະອຽດອ່ອນ ຂອງແມ່ນ້ຳຂອງ ການສ້າງຄວາມສົມດູນລະຫວ່າງ ຜົນປະໂຫຍດລະດັບປະເທດ ແລະ ການສົ່ງເສີມ ຜົນປະໂຫຍດລະດັບພາກພື້ນ ຄວນຢູ່ໃນ ວາລະສຳຄັນຂອງການພັດທະນາ ຂອງແຕ່ລະປະເທດສະມາຊິກ.
ເພື່ອເຮັດໃຫ້ສິ່ງທີ່ກ່າວມານີ້ ປາກົດຜົນເປັນຈິງ ການວາງແຜນການ ທົ່ວທັງອ່າງນ້ຳ ໃນທ່າບຸກ ແລະ ແບບເຊື່ອມສານນັ້ນ ຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງ ແລະ ມີການປະສານງານ ເຂົ້າກັບ ການວາງແຜນອ່າງນ້ຳໃນລະດັບຊາດ ຖ້າບໍ່ດັ່ງນັ້ນ ບັນດາປະເທດແຄມຝັ່ງນ້ຳ ອາດຈະຕ້ອງໄດ້ຮ່ວມກັນ ແບກຮັບຄວາມຮັບຜິດຊອບ ຕໍ່ການເຊື່ອມໂຊມຂອງ ສະພາບການທາງສັງຄົມ ແລະ ທາງສິ່ງແວດລ້ອມ ທົ່ວທັງອ່າງແມ່ນ້ຳຂອງທັງໝົດ ເຊິ່ງຈະສົ່ງຜົນກະທົບຕໍ່ກັບ ທຸກໆປະເທດໃນພາກພື້ນນີ້ ດັ່ງທີ່ໄດ້ສະແດງໃຫ້ເຫັນໃນ ບົດຄົ້ນຄວ້າຂອງພວກເຮົາ ຄັ້ງຫຼ້າສຸດນີ້.
ສະນັ້ນ ບັນດາປະເທດສະມາຊິກຂອງ ຄະນະກຳມາທິການນີ້ ຈຶ່ງໄດ້ສ້າງຍຸດທະສາດໃໝ່ ສຳລັບ ອ່າງແມ່ນ້ຳຂອງ ຍຸດທະສາດພັດທະນາອ່າງແມ່ນ້ຳ 2021–2030 ເປັນທັງ ວິວັດທະນາການໃໝ່ ແລະ ການຮຽນຮູ້ຈາກອະດີດຜ່ານມາ ໂດຍການເຊື່ອມສານ ບັນດາຜົນປະໂຫຍດລະດັບປະເທດ ຄຽງຄູ່ໄປກັບການ ຂະຫຍາຍຜົນປະໂຫຍດສູງສຸດ ໃນລະດັບພາກພື້ນ ແລະ ສົ່ງເສີມ ຄວາມຮັບຜິດຊອບຮ່ວມກັນ ໃນການພັດທະນາ ຍຸດທະສາດດັ່ງກ່າວຍັງຮຽກຮ້ອງເຖິງ ພາກສ່ວນກ່ຽວຂ້ອງທັງໝົດ ຕ້ອງມຸ່ງຫມັ້ນ ແລະ ຮ່ວມມືກັນຕາມຍຸດທະສາດອັນໃຫມ່ນີ້ ໂດຍມີເປົ້າໝາຍເພື່ອປັບປຸງ ສະພາບຂອງອ່າງແມ່ນ້ຳແຫ່ງນີ້ ໃນໄລຍະ ທົດສະວັດຕໍ່ໄປ ພ້ອມທັງ ຍຶດຫມັ້ນຕາມເປົ້າໝາຍການພັດທະນາຢ່າງຍືນຍົງ ຂອງອົງການສະຫະປະຊາຊາດ ຍຸດທະສາດສະບັບດັ່ງກ່າວນີ້ ສ້າງຄວາມສົມດູນລະຫວ່າງ ການວາງແຜນພັດທະນາ ແລະ ຄວາມຕ້ອງການດ້ານ ການຂະຫຍາຍຕົວຂອງເສດຖະກິດ ການປັບປຸງສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມ.
ພວກເຮົາໄດ້ລະບຸ 5 ຂົງເຂດຍຸດທະສາດ ເພື່ອສົ່ງເສີມ ລະບົບນິເວດວິທະຍາ ຂອງແມ່ນ້ຳຂອງ ເຊິ່ງຮຽກຮ້ອງໃຫ້ ບັນດາລັດຖະບານປະເທດທີ່ກ່ຽວຂ້ອງ ຕ້ອງມີພັນທະຮ່ວມກັນ ເພື່ອປັບປຸງ ມາດຕະຖານຂອງການດຳລົງຊີວິດ ທົ່ວທັງອ່າງແມ່ນ້ຳຂອງ ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ ການຮ່ວມມືຂອງ ຂະແໜງການລັດ ແລະ ຂະແໜງການເອກະຊົນ.
ແຕ່ວ່າ ການເອົາຊະນະ ບັນຫາທ້າທາຍທີ່ຊັບຊ້ອນເຫລົ່ານີ້ ຈະເປັນໜ້າວຽກທີ່ຫຍຸ້ງຍາກ ໃນສ່ວນໜຶ່ງຂອງ ແຜນຍຸດທະສາດຂອງພວກເຮົານັ້ນ ພວກເຮົາຄາດຫວັງທີ່ຈະລົງເລິກ ສາຍພົວພັນກັບປະເທດຈີນ ເຊິ່ງເປັນຄູ່ຮ່ວມເຈລະຈາ ມາຕັ້ງແຕ່ປີ 1996.
ໂດຍສານຕໍ່ຈາກ ພື້ນຖານການຮ່ວມມືທີ່ເຂັ້ມແຂງ ພວກເຮົາຮຽກຮ້ອງໃຫ້ ປະເທດຈີນ ມີສ່ວນຮ່ວມຢ່າງເລິກເຊິ່ງກັບ ຄມສ ທາງດ້ານຍຸດທະສາດ ໂດຍສະເພາະ ແມ່ນ ໃນຂົງເຂດຂອງການແລກປ່ຽນ ຂໍ້ມູນແລະຂ່າວສານ ການວາງແຜນໃນທ່າບຸກ ໃນລະດັບພາກພື້ນ ແລະ ການຄຸ້ມຄອງທີ່ມີການປະສານງານກັນ ໃນຂະນະທີ່ ປະເທດຈີນ ກຳລັງສົ່ງເສີມ ສາຍພົວພັນຫຼາຍຝ່າຍກັບ ອາຊີຕາເວັນອອກສ່ຽງໃຕ້ ໃນຂະແໜງການເສດຖະກິດ ເຊິ່ງຮວມທັງ ການຄຸ້ມຄອງນ້ຳ ພວກເຮົາໄດ້ເຫັນເຖິງ ບາດກ້າວອັນສຳຄັນ ໃນການຮ່ວມມື ຈີນ-ຄມສ ໃນເດືອນຕຸລາຜ່ານມາ ເຊິ່ງປະເທດຈີນ ໄດ້ຕົກລົງເຫັນດີ ແລກປ່ຽນຂໍ້ມູນກ່ຽວກັບນ້ຳ ຕະຫຼອດປີ ກັບ ຄມສ ຫຼັງຈາກທີ່ ຜ່ານມາ 18 ປີ ຂອງການຈຳກັດ ການແລກປ່ຽນຂໍ້ມູນ ພຽງແຕ່ລະດູຝົນເທົ່ານັ້ນ ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີຫຼາຍຢ່າງທີ່ຈຳເປັນຕ້ອງໄດ້ປະຕິບັດຕໍ່ໄປ.
ການເພິ່ງພາເຊິ່ງກັນແລະກັນ ແລະ ຄວາມຈະເລີນຮຸ່ງເຮືອງຂອງພວກເຮົານັ້ນ ເຫັນໄດ້ຢ່າງຊັດເຈນຈາກ ການປ່ຽນແປງທາງດ້ານອຸທົກກະສາດຂອງອ່າງນ້ຳແຫ່ງນີ້ ທີ່ເກີດຈາກການກໍ່ສ້າງເຂື່ອນໃໝ່ໆຈຳນວນຫຼາຍ. ການປ່ຽນແປງ ຮູບແບບການໄຫຼຂອງນ້ຳ ໃນແຕ່ລະວັນ ແລະ ຕາມລະດູການ ເຊິ່ງເປັນຜົນມາຈາກ ນ້ຳທີ່ເຂື່ອນຕ່າງໆ ກັກເກັບໄວ້ ເພື່ອຕອບສະໜອງ ຄວາມຕ້ອງການດ້ານພະລັງງານ ໃນພາກພື້ນນັ້ນ ໄດ້ລົບກວນລະບົບນິເວດວິທະຍາຂອງແມ່ນ້ຳຂອງ ເຮັດໃຫ້ຊີວິດ ແລະ ການຫາລ້ຽງຊີບ ຕົກຢູ່ໃນຄວາມສ່ຽງ ພວກເຮົາເຊື່ອວ່າ ການຜະລິດພະລັງງານໃນລະດັບປະເທດ ຄວນຂຶ້ນກັບກົນໄກຄຸ້ມຄອງການປະສານງານທີ່ເໝາະສົມ ແລະ ແຜນການໃນອະນາຄົດນັ້ນ ຕ້ອງໄດ້ພິຈາລະນາເຖິງ ແຫຼ່ງຜະລິດພະລັງງານທາງເລືອກ ທີ່ຫຼາກຫຼາຍ ເຊິ່ງເປັນມິດກັບສິ່ງແວດລ້ອມ ສາມາດປະຕິບັດໄດ້ ແລະ ຕອບສະໜອງທາງເສດຖະກິດ.
ບັນຫາທ້າທາຍດ້ານປະຊາກອນ ກໍກຳລັງທົດສອບ ຄວາມທົນທານຂອງແມ່ນ້ຳຂອງ ປະຊາກອນທົ່ວທັງອ່າງແມ່ນ້ຳແຫ່ງນີ້ ເຊິ່ງໄດ້ຄາດຄະເນຢູ່ທີ່ 72,1 ລ້ານຄົນ ໃນປີ 2020 ນັ້ນ ຄາດວ່າຈະເພີ້ມຂຶ້ນເປັນປະມານ 100 ລ້ານຄົນ ພາຍໃນປີ 2040 ເຖິງແມ່ນວ່າ ຜ່ານມານັ້ນ ໄດ້ມີບາດກ້າວສຳຄັນ ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມການຂະຫຍາຍຕົວ ກໍຕາມແຕ່ວ່າ ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ທາງດ້ານສັງຄົມນັ້ນ ກໍ່ຍັງຄົງມີແຜ່ຫຼາຍ.
ເຫດການທີ່ເກີດຂຶ້ນໃນຫວ່າງບໍ່ດົນມານີ້ ເປັນສັນຍາແຈ້ງເຕືອນວ່າ ບໍ່ມີປະເທດສະມາຊິກໃດ ຂອງ ຄມສ ທີ່ຄວນປ່ອຍປະລະເລີຍ ຕໍ່ເຫດການທີ່ເກີດຂື້ນ ພວກເຮົາຈະເວົ້າກ່ຽວກັບ ແມ່ນ້ຳຂອງຕອນເທິງ ຫຼື ແມ່ນ້ຳຂອງຕອນລຸ່ມ ກໍຕາມ ແຕ່ວ່າ ການປົກປ້ອງມັນ ແມ່ນຄວາມຮັບຜິດຊອບຮ່ວມກັນ ຂອງພວກເຮົາ ເພື່ອປ້ອງກັນຄວາມເສຍຫາຍດ້ານສິ່ງແວດລ້ອມ ເຊິ່ງກຳລັງກະທົບກັບ ແມ່ນ້ຳແຫ່ງນີ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ພວກເຮົາໄດ້ດຳເນີນວຽກງານມາແຕ່ດົນ ນັບຕັ້ງແຕ່ການເຊັນສັນຍາແມ່ນ້ຳຂອງ ໃນປີ 1995 ແຕ່ວ່າ ເປົ້າໝາຍໃນການບັນລຸ ການພັດທະນາຢ່າງຍືນຍົງ ສຳລັບ ອ່າງແມ່ນ້ຳຂອງແຫ່ງນີ້ ແມ່ນຍັງກຳນົດເວລາບໍ່ໄດ້ເທື່ອ ພາກສ່ວນກ່ຽວຂ້ອງຕ່າງໆ ໃນພາກພື້ນນີ້ ໃນປະຈຸບັນນີ້ ແມ່ນມີຫຼາຍກວ່າຜ່ານມາ.
ເພື່ອໃຫ້ຍຸດທະສາດໃໝ່ນີ້ ປະສົບຜົນສຳເລັດ ມັນຮຽກຮ້ອງເຖິງ ຂໍ້ຜູກມັດທາງການເມືອງ ໃນລະດັບສູງສຸດ ມັນຈະຕ້ອງການ ການມີສ່ວນຮ່ວມຢ່າງຈິງຈັງ ຈາກພາກສ່ວນກ່ຽວຂ້ອງທັງໝົດ ມາເຮັດວຽກຮ່ວມກັນ ເປັນກຸ່ມຄົນ ເປັນພົນລະເມືອງ ເປັນປະເທດ ຫຼື ເປັນອົງກອນຕ່າງໆ.
ນັ້ນກໍເປັນຍ້ອນວ່າ ແມ່ນ້ຳຂອງແຫ່ງນີ້ ເປັນຂອງທຸກໆຄົນ ແລະ ຈະຊ່ວຍກຳນົດ ອະນາຄົດຂອງພາກພື້ນແຫ່ງນີ້ ທີ່ສຳຄັນ ແລະ ກຳລັງວິວັດທະນາການໄປເລື້ອຍໆ.