ສສຊ/ສສຂ ລົງພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງຢູ່ 2 ຈຸດຂອງເມືອງໄຊພູທອງ

    ໃນວັນທີ 21 ກໍລະກົດ 2021 ຜ່ານມານີ້ ຄະນະທີມງານສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ໄດ້ລົງພົບປະ ແລະ ເຜີຍແຜ່ເນື້ອ ໃນມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ກັບບັນດາຜູ້ມີສິດເລືອກຕັ້ງຢູ່ 2 ຈຸດຂອງເມືອງໄຊພູທອງຄື: ບ້ານຫົວຫາດ ເຂດກຸ່ມບ້ານທີ 2 ຂອງເມືອງໄຊພູທອງ ແລະ ສະໂມສອນຂອງເມືອງ ນຳພາຄະນະໂດຍທ່ານ ພັທ ຄູນສະໄໝ ລິນສັນຍາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງ ທ່ານ ແສງສະຫວັນ ອະນຸສິນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະມາຊິກສະພາປະຊາຊົນແຂວງ ແລະ ທ່ານ ນາງ ພູເງິນ ເທບພະນົນໄຊ ເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການສຶກສາການ ແລະ ກິລາເມືອງໄຊພູທອງ ສສຂ ປະຈໍາເຂດເລຶອກຕັ້ງເມືອງໄຊພູທອງ ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ ພະນັກງານ ທະຫານ ຕຳຫຼວດ ເລຂາພັກບ້ານ-ນາຍບ້ານອ້ອມຂ້າງເມືອງ ພ້ອມຜູ້ສິດເລືອກຕັ້ງທັງສີ່ບ້ານເຂົ້າຮ່ວມຮັບຟັງ.

    ໃນການລົງມາເຄື່ອນໄຫວໃນຄັ້ງນີ້ ບັນດາທ່ານສະມາຊິກສະພາແຫ່ງຊາດເຂດເລຶອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ 2 ຍັງໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງບ້ານຫົວຫາດ ແລະ ບົດລາຍງານສະພາບລວມຂອງເມືອງໄຊພູທອງໂດຍສັງເຂບ.ຈາກນັ້ນ ບັນດາທ່ານ ສສຊ/ສສຂ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນພ້ອມທັງນຳເອົາເນື້ອໃນຈິດໃຈສຳຄັນຂອງມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຂຶ້ນມາເຜີຍແຜ່ໃຫ້ຮູ້ ຊຶ່ງໄດ້ຍົກໃຫ້ເຫັນເຖິງການພິຈາລະນາ ແລະ ຮັບຮອງບັນຫາສຳຄັນພື້ນຖານ ເປັນຕົ້ນ: ດ້ານບຸຄະລາກອນໂຄງປະກອບຂອງສະພາປະຊາຊົນແຂວງ ການເຄື່ອນໄຫວຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ບັນດານິຕິກຳຈຳນວນໜຶ່ງທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ II ພ້ອມທັງໄດ້ເຜີຍແຜ່ມະຕິກອງປະຊຸມຄັ້ງປະ ຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ໄດ້ຮັບຮອງ ໂດຍກອງປະຊຸມໄດ້ເລືອກຕັ້ງ ແລະຮັບຮອງເອົາປະທານປະເທດ ນາຍົກລັດຖະມົນຕີ ແລະ ຫຼາຍຕຳແໜ່ງອື່ນທີ່ສຳຄັນຂອງອົງການອຳນາດລັດ ບັນຫາສຳຄັນພື້ນຖານຂອງຊາດທີ່ໄດ້ຮັບຮອງໃນກອງປະຊຸມ ຍົກໃຫ້ເຫັນດ້ານການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ໃນໂອກາດນີ້ ທາງທີມງານກໍຍັງໄດ້ຮັບຟັງຄຳສະເໜີບັນຫາຕ່າງໆຂອງບ້ານ ແລະ ເມືອງ ເພື່ອນຳເອົາຄຳສະເໜີຕ່າງໆໄປສະເໜີຕໍ່ຂະແໜງການກ່ຽວຂ້ອງ ເພື່ອຈັດສັນງົບແກ້ໄຂຄວາມຈຳເປັນຂອງປະຊາຊົນໃຫ້ດີຂື້ນ.

.                                 # ຂ່າວ & ພາບ : ພັນທະມິດ ວົງສຸທິ

error: Content is protected !!