ພິທີເປີດໂຄງການ SAFER ແຜນງານຮ່ວມມືຂອງອົງການຮ່ວມມືສາກົນຍີ່ປຸ່ນ ໃນໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດເຫດ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມທ້ອງຖະໜົນ ຈັດຂຶ້ນວັນທີ 21 ກໍລະກົດ 2021 ທີ່ໂຮງໝໍມິດຕະພາບ (150 ຕຽງ) ນະຄອນຫຼວງວຽງຈັນ ໃນພິທີໄດ້ຮັບຟັງນຳສະເໜີປະຫວັດຄວາມເປັນມາ ແລະ ເປົ້າໝາຍຂອງໂຄງການ SAFER ການສ້າງຕັ້ງສູນສັ່ງການ ແລະ ຈັດຕັ້ງລະບົບການປ້ອນຂໍ້ມູນຂອງຄົນເຈັບຢູ່ສະຖານທີ່ເກີດເຫດແບບອອນລາຍ ການນຳສະເໜີການເຝິກອົບຮົມສຳລັບຊ່ຽວຊານດ້ານການເບິ່ງແຍງສຸກເສີນ ແລະ ເຊັນຂໍ້ຕົກລົງກ່ຽວກັບແຜນກິດຈະກຳທີ່ຈະເຮັດຮ່ວມກັນ ເຊິ່ງຮ່ວມລົງນາມລະຫວ່າງທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ແລະ ທ່ານ Takaaki SUZUKI ຜູ້ຈັດການໂຄງການ SAFER ມະຫາວິທະຍາໄລຊຶກຸບະປະເທດຍີ່ປຸ່ນ ມີທ່ານຮອງຫົວໜ້າຫ້ອງການໄຈກາປະຈຳລາວ ທ່ານຮອງຜູ້ຈັດການໂຄງການ SAFER ສະຖາບັນຄົ້ນຄວ້າທາງສັງຄົມຍີ່ປຸ່ນ ແລະ ພາກສ່ວນກ່ຽວຂ້ອງທັງຝ່າຍລາວ ແລະ ຍີ່ປຸ່ນເຂົ້າຮ່ວມ.


ອົງການຈັດຕັ້ງທີ່ດຳເນີນການເປັນຫຼັກໃນໂຄງການນີ້ ປະກອບມີໂຮງໝໍມິດຕະພາບ ກະຊວງສາທາລະນະສຸກຂອງລາວ ມະຫາວິທະຍາໄລຊຶກຸບະປະເທດຍີ່ປຸ່ນ ແລະ ສະຖາບັນຄົ້ນຄວ້າການບໍລິການທາງສັງຄົມຂອງຍີ່ປຸ່ນ (JRISS) ບົດບັນທຶກຄວາມເຂົ້າໃຈ ໄດ້ຮັບການລົງນາມຢ່າງເປັນທາງການວັນທີ 12 ພຶດສະພາ 2021 ໂຄງການນີ້ ໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ ດ້ວຍງົບປະມານ 118 ລ້ານເຢັນ ຫຼື ປະມານ 10 ຕື້ກີບ ໂຄງການມີຈຸດມຸ່ງໝາຍໃນການເສີມສ້າງຂີດຄວາມສາມາດຂອງການບໍລິການການແພດສຸກເສີນ ແລະ ຢຸດຕິການເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນພາຍໃນນະຄອນຫຼວງວຽງຈັນ ພ້ອມທັງຄາດໝາຍທີ່ຈະເປັນຕົ້ນແບບໃນການສ້າງຕັ້ງການບໍລິການການແພດສຸກເສີນ (EMS) ໃຫ້ໄດ້ໃນຂອບເຂດທົ່ວປະເທດ ໂດຍຍຶດຖືຫຼັກການການເບິ່ງແຍງທີ່ຖືກຕ້ອງຖືກເວລາ ແລະ ຖືກສະຖານທີ່.

# ຂ່າວ & ພາບ :ສົມສະຫວັນ