ປະທານ ປກຊ-ປກສ ນະຄອນຫຼວງວຽງຈັນ ເນັ້ນໃຫ້ສ້າງຄວາມເຂັ້ມແຂງຮອດຂັ້ນຮາກຖານ

    ເພື່ອຮັບປະກັນຄວາມສະຫງົບ ເປັນລະບຽບຮຽບຮ້ອຍໃນທົ່ວເມືອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານນະພາປະຊາຊົນນະຄອນຫຼວງວຽງຈັນ ທັງເປັນປະທານ ປກຊ-ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນກົດໝາຍ ນິຕິກຳໃຕ້ກົດໝາຍ ແລະ ມາດຕະການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 22 ກໍລະກົດ ຢູ່ກອງບັນຊາການທະຫານເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ພັນໂທ ຄຳຜາຍ ໄຊແພງມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ.

    ການລົງຢ້ຽມຢາມຄັ້ງນີ້ ໄດ້ມີການປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ດ້ານວິຊາສະເພາະທີ່ຕິດພັນກັບຊາຍແດນລາວ-ໄທ ເພື່ອຮ່ວມກັນຫາວິທີແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃຫ້ມີຜົນສຳເລັດຕາມເປົ້າໝາຍ ຈາກນັ້ນ ທ່່ານ ພັນໂທ ຄຳຜາຍ ໄຊແພງມຸງຄຸນ ກໍ່ໄດ້ລາຍງານໃຫ້ຮູ້ກ່ຽວກັບການເພີ່ມທະວີ ຄວບຄຸມຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແລະ ການສືບຕໍ່ປະຕິບັດມາດຕະການປ້ອງກັນຕື່ມອີກ.

    ໃນໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ໂອ້ລົມໃຫ້ທິດຊີ້ນຳ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງກອງບັນຊາການທະຫານເມືອງຈັນທະບູລີໃນໄລຍະຜ່ານມາ ແຕ່ຍັງມີຂໍ້ຄົງຄ້າງທີ່ບໍ່ທັນປະຕິບັດໄດ້ທັນກັບສະພາບການຕົວຈິງ ເຮັດໃຫ້ມີບັນຫາຂໍ້ຫຍຸ້ງຍາກເພີ່ມຂຶ້ນ ທັງເນັ້ນໃຫ້ເອົາໃຈໃສ່ປະສານສົມທົບກັບບັນດາເມືອງ ຕໍ່ກັບວຽກງານຊາຍແດນ ເພື່ອເຊື່ອມການປະຕິບັດໃຫ້ເປັນຕ່ອງໂສ້ ລະຫວ່າງເມືອງຕໍ່ເມືອງ ໂດຍນຳໃຊ້ຄວາມທັນສະໄໝປະສານວຽກຮ່ວມກັນແບບອອນລາຍ ເຮັດໃຫ້ວຽກງານວ່ອງໄວທັນການລຸລ່ວງດ້ວຍດີ ສ້າງແຜນງົບປະມານສຸມໃສ່ໃນການແກ້ໄຂ ຮັບມືກັບບັນຫາແຮງງານທີ່ເຂົ້າມາ ແລະ ສ້າງແຜນຮອງຮັບບໍ່ໃຫ້ມີການລັກລອບເຂົ້າແບບຜິດກົດໝາຍ ບໍ່ໃຫ້ເຂົ້າມາແຜ່ເຊື້ອພະຍາດ ສ້າງແຜນຮອງຮັບໃຫ້ເຂົາເຈົ້າມີວຽກເຮັດງານທຳ ຈັດໃຫ້ມີການເຝິກອົບຮົມອາຊີບທີ່ຜູ້ຈ້າງຕ້ອງການ ເພື່ອບໍ່ໃຫ້ເກີດມີໄພຫວ່າງງານທີ່ຈະເປັນປັດໄຈສ້າງຄວາມບໍ່ສະຫງົບ ແກ້ໄຂໃຫ້ຂາດຕົວກ່ຽວກັບບັນຫາທີ່ດິນໃນເຂດຊາຍແດນ ໂດຍໃຫ້ເຮັດແຜນສະເໜີຕໍ່ນະຄອນຫຼວງວຽງຈັນ ເພື່ອສັງລວມສະເໜີຕໍ່ລັດຖະບານ ທັງເນັ້ນໃຫ້ສອງກຳລັງ ປກຊ-ປກສ ເອົາໃຈໃສ່ສ້າງກຳລັງລົງສູ່ຮາກຖານ ເພື່ອສ້າງຄວາມເຂັ້ມແຂງ ໂດຍເນັ້ນໃຫ້ປະຊາຊົນມີສ່ວນຮ່ວມ ຊ່ວຍເປັນຫູເປັນຕາແຈ້ງເບາະແສການເຄື່ອໄຫວຂອງກຸ່ມຄົນບໍ່ດີ ເພື່ອສ້າງຄວາມສະດວກໃນການປະຕິບັດໜ້າທີ່ໄດ້ວ່ອງໄວຊັດເຈນ ເຊິ່ງຕ້ອງໄດ້ເອົາໃຈໃສ່ໃຫ້ຫຼາຍຂຶ້ນ ໂດຍສະເພາະການແກ້ໄຂບັນຫາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຖືເອົາວິກິດບັນຫາພະຍາດໂຄວິດ-19 ໃຫ້ເປັນໂອກາດ ເພື່ອພັດທະນາແຮງງານລາວໃຫ້ເປັນແຮງງານທີ່ມີສືມື ຄຸນນະພາບມາດຕະຖານ ຊຸກຍູ້ໃຫ້ມີວຽກເຮັດງານທຳ ມີລາຍຮັບທີ່ດີຂຶ້ນ ແລະ ອື່ນໆ.

.

# ຂ່າວ & ພາບ :  ວຽງມາ

error: Content is protected !!