ຈັດສົ່ງຕຽງ-ອຸປະກອນທາງການແພດ ໃຫ້ກັບ 3 ແຂວງ

    ວັນທີ 21 ກໍລະກົດ 2021 ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ສົ່ງຕຽງ ແລະ ອຸປະກອນການແພດນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃຫ້ກັບແຂວງຈໍາປາສັກຕື່ມ ນອກນີ້ ຍັງໄດ້ຈັດສົ່ງໃຫ້ກັບແຂວງຄໍາມ່ວນ ແລະ ແຂວງສາລາວັນອີກດ້ວຍ.

    ສໍາລັບຕຽງນອນ ແລະ ອຸປະກອນທາງການແພດທີ່ຈັດສົ່ງໃຫ້ແຂວງຄໍາມ່ວນ ປະກອບມີ ຕຽງນອນ 80 ຕຽງ ແລະ ອຸປະກອນທາງການແພດ 2.300 ຊຸດ ແຂວງຈໍາປາສັກ ປະກອບມີ ຕຽງນອນ 50 ຕຽງ ອຸປະກອນທາງການແພດ 2.500 ຊຸດ ແລະ ແຂວງສາລະວັນປະກອບມີ 50 ຕຽງ ແລະ ອຸປະກອນທາງການແພດ 2.300 ຊຸດ.

.

# ພາບ – ຂ່າວ: ຂັນທະວີ

error: Content is protected !!