(ສພຊ) ວັນທີ 19 ກໍລະກົດ 2021 ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນ ຫຼວງວຽງຈັນ ພ້ອມດ້ວຍປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນ ນວ (ຄຍປປ ສປນວ) ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດຍຸຕິທຳ ແລະ ປກຊ-ປກສ ແລະ ມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ເມືອງສັງທອງ ນວ ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງໆສັງທອງ ນວ ມີທ່ານຮອງປະທານ ຄຍປປ ກຳມະການສັງກັດຄະນະກຳມະການ ຄຍປປ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮ້ອຍເອກ ສຸກພູວົງ ສຸລິຍະແສງ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 241 ເມືອງສັງທອງ ນວ ໄດ້ລາຍງານກ່ຽວກັບສະພາບລວມໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂດຍທ່ານໄດ້ໃຫ້ຮູ້ວ່າ: ໄລຍະ 03 ເດືອນຜ່ານມາ ກອງຮ້ອຍທະຫານຊາຍແດນ 241 ໄດ້ຈັດຕັ້ງຈຸດປ້ອງກັນຕາມຈຸດຕ່າງໆທີ່ກຳນົດ ແລະ ໄດ້ຈັດວາງກຳລັງເພີ່ມຕາມຈຸດຫຼໍ່ແຫຼມຢ່າງແໜ້ນໜາ ເພື່ອຕິດຕາມການລັກລອບຂ້າມມາທີ່ບໍ່ຖືກຕາມລະບຽບກົດໝາຍ ໄດ້ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຜ່ານມາ ໄດ້ກັກເຮືອຂອງປະຊາຊົນຜູ້ທີ່ຝ່າຝືນ ແລະ ບໍ່ປະຕິບັດຕາມຄຳສັ່ງແຈ້ງການ ແລະ ມາດຕະການຜ່ອນຜັນ ໄດ້ຈຳນວນ 21 ລຳ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນແກ້ໄຂແລ້ວ 15 ລຳ ໃນນັ້ນ ສາມາດກັກຜູ້ລະເມີດໃຊ້ໝໍ້ຊ໋ອດປາ ຜູ້ເສບ ແລະ ຂາຍຢາເສບຕິດໄດ້ອີກຈຳນວນໜຶ່ງ.
ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ມີຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ພ້ອມທັງໄດ້ສະເໜີບາງບັນຫາທີ່ຍັງເປັນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຕໍ່ຄະນະດັ່ງກ່າວ ເຊິ່ງຄະນະທີ່ລົງເຮັດວຽກຄັ້ງນີ້ ກໍໄດ້ມີຄຳເຫັນປຶກສາຫາລືແຕ່ລະບັນຫາ ເພື່ອໃຫ້ມີຄວາມກະຈ່າງແຈ້ງ ແລະ ຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ.
# ຂ່າວ & ພາບ : ນາງ ພອນທິບ ອິນທິລາດ