ການລະບາດພະຍາດໂຄວິດ-19 ຢູ່ລາວຍັງເພີ່ມຂື້ນສູງໃນແຕ່ລະວັນ

     ປັດຈຸບັນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານຕາມຈຸດຜ່ານແດນຕ່າງໆ.

     ຕາມການງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 22 ກໍລະກົດ 2021 ໃຫ້ຮູ້ວ່າ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 21 ກໍລະກົດ ໄດ້ກວດວິເຄາະທັງໝົດ 2.256 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 256 ຄົນ ຈາກນະຄອນຫຼວງວຽງຈັນ 13 ຄົນ ສະຫວັນນະເຂດ 128 ຄົນ ຈຳປາສັກ 83 ຄົນ ສາລາວັນ 16 ຄົນ ແລະ ຄຳມ່ວນ 14 ຄົນ ໃນນັ້ນ 154 ຄົນແມ່ນກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ສ່ວນ 2 ຄົນໃນແຂວງຈຳປາສັກແມ່ນຕິດເຊື້ອໃນຊຸມຊົນທີ່ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າຜ່ານມາໃນກຸ່ມແພດທີ່ປະຈຳຢູ່ດ່ານວັງເຕົ່າ  ແລະ ຜູ້ກ່ຽວແມ່ນຢູ່ໃນສູນຈຳກັດບໍລິເວນ ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 4.119 ຄົນ ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ 1.603 ຄົນ.

error: Content is protected !!