ການຫຼຸດອາກອນມູນຄ່າເພີ່ມໄຟຟ້າ ນ້ຳປະປາ ລັດຖະບານໃຫ້ຄົ້ນຄວ້ານະໂຍບາຍອື່ນແທນ

    ລັດ­ຖະ­ບານ ໄດ້​ແນະ­ນຳ​ພາກ­ສ່ວນ​ກ່ຽວ­ຂ້ອງ​ໃຫ້​ໄປ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ດ້ານ​ອື່ນໆ​ແທນ ສຳ­ລັບ​ການ​ສະ­ເໜີ​ຂໍ​ຫຼຸດ​ອັດ­ຕາ​ອາ­ກອນ​ມູນ​ຄ່າ​ເພີ່ມ​ໄຟ­ຟ້າ ແລະ ນ້ຳ​ປະ­ປາ​ນັ້ນ ເນື່ອງ​ຈາກ​ຈະ​ມີ​ຜົນ​ກະ­ທົບ​ຕໍ່​ການ​ເກັບ​ລາຍ​ຮັບ​ຫຼາຍ​ສົມ­ຄວນ ຈຶ່ງ​ເຫັນ​ວ່າ​ບໍ່​ທັນ​ຕົກ­ລົງ​ໄດ້​ເທື່ອ.

    ການ​ແນະ­ນຳ​ດັ່ງ­ກ່າວ ແມ່ນ​ໃນ​ໂອ­ກາດ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ​ປະ­ຈຳ​ເດືອນ​ເມ­ສາ 2020 ໄດ້​ເປີດ​ຂຶ້ນ​ໃນ​ຕອນ​ເຊົ້າ ແລະ ປິດ​ລົງ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 23 ເມ­ສາ 2020 ໂດຍ​ເປັນ​ກອງ​ປະ­ຊຸມ​ທາງ­ໄກ (Video Conference), ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ມາ­ຊິກ​ລັດ­ຖະ­ບານ ພ້ອມ​ດ້ວຍ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຂົ້າ​ຮ່ວມ.

    ພ້ອມ​ນີ້ ກອງ​ປະ­ຊຸມ​ຍັງ​ເຫັນ​ດີ​ໃຫ້­ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ຊາວ​ຜູ້​ອອກ­ແຮງ​ງານ​ທີ່​ໄດ້​ເຂົ້າ​ໃນ​ລະ­ບົບ​ປະ­ກັນ​ສັງ­ຄົມ​ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ ສຳ­ລັບ​ແຮງ​ງານ​ທີ່­ຢູ່​ນອກ​ລະ­ບົບ ມອບ​ໃຫ້​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນຳ­ໄປ​ຄົ້ນ­ຄວ້າ​ລະ­ອຽດ ແລ້ວ​ມາ​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ນາ­ຍົກ-ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ.

    ນອກ­ຈາກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ຄົ້ນ­ຄວ້າ ພິ­ຈາ­ລະ­ນາ ແລະ ປະ­ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ ແລະ ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ລົງ​ວັນ​ທີ 29 ມີ­ນາ 2020 ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ກັນ​ການ​ລະ­ບາດ ຄວບ​ຄຸມ ແລະ ການ​ກຽມ​ຄວາມ​ພ້ອມ​ຮອບ­ດ້ານ​ເພື່ອ​ຕ້ານ​ພະ­ຍາດ​ໂຄ​ວິດ-19 ທັງ​ຕິດ​ພັນ​ກັບ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ວຽກ​ງານ​ການ​ຕ່າງ­ປະ­ເທດ ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ແກ້​ໄຂ​ຜົນ​ກະ­ທົບ ແລະ ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຕໍ່​ເສດ­ຖະ­ກິດ​ຂອງ​ລາວ ມາດ​ຕະ­ການ​ໃນ­ຕໍ່­ໜ້າ ເພື່ອ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ.

    ຜ່ານ​ການ​ພິ­ຈາ­ລະ­ນາ ແລະ ປະ­ກອບ​ຄຳ​ເຫັນ ກອງ​ປະ­ຊຸມ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຄະ­ນະ​ສະ­ເພາະ​ກິດ ບັນ­ດາ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ທີ່​ໄດ້​ເອົາ­ໃຈ­ໃສ່ ແລະ ສຸມ​ທຸກ​ກຳ­ລັງ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ຢ່າງ​ເຂັ້ມ​ຂຸ້ນ ແລະ ມີ​ປະ​ສິດ­ທິ​ຜົນ​ດີ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ໄດ້​ເຂົ້າ​ຮ່ວມ ແລະ ຮັບ­ຜິດ­ຊອບ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ​ເອງ ສ້າງ​ໄດ້​ຂະ​ບວນ​ການ​ທີ່​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ ຈຶ່ງ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ໂດຍ​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ​ອີກ ຊຶ່ງ​ເປັນ​ມື້​ທີ່ 11 ຕິດ­ຕໍ່​ກັນ.

    ລັດ­ຖະ­ບານ​ຮຽກ­ຮ້ອງ​ໃຫ້​ສືບ­ຕໍ່​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ສະ­ກັດ​ກັ້ນ ເພາະ­ວ່າ COVID-19 ແມ່ນ​ພະ­ຍາດ​ນຳ​ເຂົ້າ ແລະ ເວ­ລາ​ນີ້​ປະ­ເທດ​ອ້ອມ​ຂ້າງ​ພວມ​ມີ​ການ​ລະ­ບາດ​ຫຼາຍ​ກວ່າ​ໄລ­ຍະ​ກ່ອນ​ໜ້າ​ນີ້ ເຊິ່ງ​ໃນ​ນີ້ ບາງ​ປະ­ເທດ​ແມ່ນ​ເປັນ​ການ​ລະ­ບາດ​ເປັນ​ຮອບ​ທີ 2.

error: Content is protected !!