ບໍລິສັດ VMware Inc ຜູ້ນໍາໜ້າລະດັບໂລກດ້ານຊອບແວສໍາລັບອົງກອນ ເປີດເຜີຍວັນທີ 21 ກໍລະກົດ 2021 ວ່າ: Global Digital Management Solutions (GDMS) ຜູ້ໃຫ້ບໍລິການລະບົບ Cloud ແລະ ລະບົບໄອທີ ຈະເປັນຜູ້ໃຫ້ບໍລິການເຈົ້າທຳອິດ ທີ່ນຳສະເໜີລະບົບປະມວນຜົນທັງແບບ Public Cloud ແລະ ແບບ Hybrid Cloud ຈາກ VMware Cloud ໃນ ສປປ ລາວ ໂດຍ GDMS ຮ່ວມເປັນສ່ວນໜຶ່ງຂອງຜູ້ໃຫ້ບໍລິການ Cloud ຂອງ VMware (VCPP) ຈະເຮັດໃຫ້ GDMS ເພີ່ມທ່າແຮງໃຫ້ອົງກອນລາວໄດ້ຍົກລະດັບໂຄງສ້າງພື້ນຖານດ້ານໄອທີທີ່ມີຢູ່ແລ້ວ ໃຫ້ກ້າວໄປສູ່ໂລກຍຸກໃໝ່ ຊ່ວຍເພີ່ມຄວາມໄວຂອງລະບົບ ຊ່ວຍໃຫ້ລະບົບສາມາດຂະຫຍາຍຕົວໄດ້ ແລະ ຊ່ວຍໃຫ້ອົງກອນເຂົ້າສູ່ຕະຫຼາດທີ່ໃຫ້ຄວາມສຳຄັນກັບສະພາບແວດລ້ອມແບບດີຈີຕອນກ່ອນສິ່ງອື່ນ (Digital First Environment) ໄດ້ຢ່າງໄວວາ.

ປີ 2020-2021 ເສດຖະກິດດີຈີຕອນຂອງລາວ ມີທ່າອ່ຽງວ່າຈະປັບໂຕສູງ ໂດຍມີຈຳນວນຜູ້ໃຊ້ງານໃນລະບົບດີຈີຕອນ ເພີ່ມຂຶ້ນ 468.000 ຄົນ ຫຼືຄິດເປັນອັດຕາການເຕີບໂຕ 15% ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ໃນປີ 2020 ເຮັດໃຫ້ອົງກອນທຸລະກິດໃນລະດັບທ້ອງຖິ່ນ ທີ່ຂາດຄວາມຊຳນານດ້ານທຸລະກິດ ການຫາແຫຼ່ງທຶນ ແລະ ການໃຊ້ເຄື່ອງມືທາງທຸລະກິດ ປະສົບບັນຫາໃນການເອົາຊະນະຄວາມທ້າທາຍທາງທຸລະກິດຄັ້ງນີ້ໃຫ້ຜ່ານພົ້ນໄປໄດ້ ຈາກການສໍາຫຼວດຂອງສະພາອຸດສາຫະກຳ ແລະ ການຄ້າລາວ ລະບຸວ່າ 36% ຂອງຫົວໜ່ວຍທຸລະກິດໃນລາວ ມີຄວາມສ່ຽງທີ່ຈະຕ້ອງໂຈະການເຮັດທຸລະກິດຖາວອນ ການຮ່ວມມືລະຫວ່າງ VMware ແລະ GDMS ຄັ້ງນີ້ ຈະຊ່ວຍໃຫ້ອົງກອນທີ່ກໍາລັງຊອກຫາແນວທາງກ້າວຕໍ່ໄປຂ້າງໜ້າ ໄດ້ໃຊ້ປະໂຫຍດຈາກເຕັກໂນໂລຊີ Cloud ເພື່ອຄົ້ນຫາແນວທາງເອົາທຸລະກິດເຂົ້າສູ່ໂລກແຫ່ງດີຈີຕອນໄດ້ ແລະ ມີຄວາມປອດໄພຫຼາຍຂຶ້ນ ແລະ ຄ່າໃຊ້ຈ່າຍຫຼຸດລົງ.

ດ້ວຍຄວາມສາມາດຂອງລະບົບ Cloud ແບບ Hybrid ຂອງ VMware ທີ່ມີຊື່ສຽງລະດັບໂລກ GDMS ຈະສາມາດຊ່ວຍໃຫ້ອົງກອນທີ່ຈັດຢູ່ໃນອຸດສາຫະກໍາພາຍໃນປະເທດ ເຊັ່ນ: ການຄ້າຍ່ອຍ ການໃຫ້ບໍລິການຂົນສົ່ງ ການໃຫ້ບໍລິການດ້ານການເງິນ ແລະ ໜ່ວຍງານພາກລັດ ປັບປ່ຽນລະບົບໄອທີທີ່ມີຢູ່ໃຫ້ມີຄວາມທັນສະໄໝຂຶ້ນຢ່າງໄວວາ ໂດຍເພີ່ມປະສິດທິຜົນໃຫ້ລະບົບໄອທີໄດ້ທັງຄວາມໄວ ຄວາມປອດໄພ ການຂະຫຍາຍລະບົບ ແລະ ຄວາມຊຳນານໃນການໃຊ້ງານຂອງລະບົບໂຄງສ້າງພື້ນຖານທາງໄອທີທີ່ມີຢູ່ແລ້ວ ທີ່ເຊື່ອມໂຍງເຂົ້າກັບລະບົບ Cloud ນອກນີ້ ຍັງຊ່ວຍຊຸກຍູ້ໃຫ້ອົງກອນປົກຄອງທ້ອງຖິ່ນ ແລະ ອົງກອນພາກເອກະຊົນ ສ້າງນະວັດຕະກຳທາງດີຈີຕອນຂຶ້ນມາ ໂດຍອາໄສຄວາມສາມາດທີ່ມີຢູ່ໃນລະບົບ Cloud ຂອງ VMware ເຊິ່ງເປັນສິ່ງທີ່ສໍາຄັນຢ່າງຍິ່ງໃນການສ້າງຄວາມກ້າວໜ້າໃຫ້ສະພາບແວດລ້ອມທາງທຸລະກິດ ແລະ ຂອງລາວ ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການເຕີບໃຫຍ່ທາງທຸລະກິດ.
ທ່ານ Nitin Ahuja ຜູ້ບໍລິຫານ VMware ກ່າວວ່າ: ເຕັກໂນໂລຊີ ຄືສິ່ງທີ່ສໍາຄັນທີ່ຈະຂັບເຄື່ອນໄປສູ່ອະນາຄົດຂອງລາວ ໂດຍສະເພາະ ໃນສະພາວະການແຜ່ລະບາດຂອງພະຍາດທີ່ເກີດຂຶ້ນໃນຂະນະນີ້ ຍິ່ງເຮັດໃຫ້ທຸລະກິດຂອງອົງກອນຕ່າງໆມີຄວາມຕ້ອງການປັບໂຕໃຫ້ທັນການປ່ຽນແປງຫຼາຍຍິ່ງຂຶ້ນ ດ້ວຍການໃຊ້ລະບົບໄອທີທີ່ຂະຫຍາຍຕົວໄດ້ ແລະ ມີຄວາມປອດໄພ ພ້ອມນີ້ ຍັງຈະນຳໄປສູ່ການເກີດສະພາບແວດລ້ອມແບບ Digital-First ໄວຍິ່ງຂຶ້ນ VMware ໃຫ້ຄໍາໝັ້ນສັນຍາໃນການເຮັດວຽກພັນທະມິດຂອງພວກເຮົາ ແບບ GDMS ໃນຕະຫຼາດທີ່ຈະເກີດຂຶ້ນໃໝ່ໃນອາຊຽນ ເພື່ອວາງແນວທາງຟຶ້ນຟູອົງກອນທຸລະກິດນ້ອຍ-ໃຫຍ່ ຊ່ວຍປິດຊ່ອງຫວ່າງທາງດີຈີຕອນ ແລະ ເກີດສິ່ງທີ່ຈະເກີດຕໍ່ໄປໃນການຟື້ນໂຕ ແລະ ເຕີບໂຕຂອງລາວ.
ທ່ານ Mathieu Ploton ຜູ້ບໍລິຫານ GDMS ກ່າວວ່າ: ການທີ່ລາວເຕີບໂຕຢ່າງໄວ ເພື່ອໄປສູ່ໂລກແຫ່ງດີຈີຕອນໃນອະນາຄົດ ລະບົບ Cloud ແລະ ການປ່ຽນຜ່ານໄປເປັນອົງກອນດີຈີຕອນ ຄືການຕັດສິນໃຈທີ່ຖືກຕ້ອງສຳລັບນັກທຸລະກິດຜູ້ທີ່ກຳລັງຫາສະພາບແວດລ້ອມການເຮັດວຽກແບບໃໝ່ມາໃຊ້ງານ ແລະ ດ້ວຍການນຳສະເໜີລະບົບໄອທີທີ່ປອດໄພ ຂະຫຍາຍໂຕໄດ້ໃນລາຄາທີ່ເໝາະສົມກັບທຸລະກິດ ພວກເຮົາຫວັງວ່າຈະເຮັດໃຫ້ MSME ໃນລາວ ໄດ້ໃນສິ່ງທີ່ທຸລະກິດຕ້ອງການຢ່າງຮີບດ່ວນ ເພື່ອປັບຕົວເຂົ້າກັບການປ່ຽນແປງ ແລະ ເປັນກໍາລັງສົ່ງເສີມໃຫ້ເກີດການຟຶ້ນຕົວທາງທຸລະກິດຂອງລາວ.
ຂໍ້ມູນເພີ່ມເຕີມເບິ່ງໄດ້ທີ່: https://www.vmware.com/company.html.
# ຂ່າວ & ພາບ : ສະບາໄພ