​ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 11

    ໃນວັນທີ 21 ກໍລະກົດ 2021 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງພະນະທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ພະນະທ່ານ ດຣ.ສຸບຣາມານ ຢຳ ໃຈຊັງເກີ ລັດຖະມົນ ຕີກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີຕ່າງປະເທດ ຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງເຫັນວ່າການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກ ເວົ້າລວມ ເວົ້າສະເພາະ ກໍຄືຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານປີ 2019-2022 ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍໃຕ້ 7 ຂົງເຂດ ຂອງການຮ່ວມມືຄື: ວັດທະນະທໍາ ແລະ ການທ່ອງທ່ຽວ ການສຶກສາ ສາທາລະນະສຸກ ແລະ ຢາພື້ນເມືອງ ກະສິກໍາ ແລະ ຂະແໜງກ່ຽວຂ້ອງ ການຄົມມະນາຄົມ ແລະ ຂົນສົ່ງ ການຄຸ້ມຄອງຊັບພະຍາກອນແຫຼ່ງນໍ້າ ແລະ ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.

    ບັນດາຂົງເຂດຂອງການຮ່ວມມືເຫຼົ່ານີ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານບັນດາໂຄງການ ເຫັນຜົນໄວຢູ່ບັນດາປະເທດສະມາຊິກທີ່ອິນເດຍໃຫ້ການສະໜັບສະໜູນທາງດ້ານການເງິນ ເຊິ່ງໃນນັ້ນ ໄດ້ມີໂຄງການທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ລວມທັງໝົດ 7 ໂຄງການ ໃນຂົງເຂດກະສິກໍາ ສຶກສາ ແລະ ສາທາລະນະສຸກ (ກໍາລັງຈັດຕັ້ງປະຕິບັດຈໍານວນ 3 ໂຄງການ ແລະ ຍັງລໍຖ້າຈັດຕັ້ງປະຕິບັດອີກ 4 ໂຄງການ) ລວມມູນຄ່າ 350.000 ໂດລາສະຫະລັດ ເຊິ່ງເຫັນວ່າບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນແມ່ນໍ້າຂອງ ກໍຄື ສປປ ລາວ ຢ່າງກວ້າງຂວາງ.

    ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ຂະແໜງການທ່ອງທ່ຽວເປັນບູລິມະສິດ ສະໜັບສະໜູນໃຫ້ມີການທ່ອງທ່ຽວແບບຄົບວົງຈອນ (Package) ຮ່ວມກັນຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ.

    ນອກຈາກນັ້ນ ກອງປະຊຸມ ງໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ ແລະ ໃນຕອນທ້າຍ ກໍໄດ້ມີການມອບ-ຮັບໜ້າທີ່ປະທານໝູນວຽນຮ່ວມກັບອິນເດຍ ຈາກກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ໃນປີ 2021-2022 ເຊິ່ງຢູ່ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກອງປະຊຸມລັດຖະມົນຕີຕ່າງປະເທດ ຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບ ການຮ່ວມມືດັ່ງກ່າວ ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງແມ່ນໄດ້ຜັດປ່ຽນກັນເປັນປະທານໝູນວຽນຮ່ວມກັບອິນເດຍ ຕາມລໍາດັບຕົວອັກສອນພາສາອັງກິດ.

​.  # ຂ່າວ & ພາບ : ໄຊບັນດິດ

error: Content is protected !!