ທ່ານນາງ ສົມພຽນ ວົງໄຊ ຄະນະປະຈຳ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ຄຍປປ) ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນຂົງເຂດຍຸຕິທຳ ແລະ ປກຊ-ປກສ ແລະ ມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ເມືອງສັງທອງ ວັນທີ 19 ກໍລະກົດ 2021 ໂດຍມີທ່ານ ບຸນທາມ ພຸດທະວົງສາ ຄະນະປະຈຳ ຮອງປະທານ ສປ ນວ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງເມືອງສັງທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຮ້.ອ ສຸກພູວົງ ສຸລິຍະແສງ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 241 ລາຍງານວ່າ: 3 ເດືອນຜ່ານມາ ກອງຮ້ອຍທະຫານຊາຍແດນ 241 ໄດ້ຈັດຕັ້ງຈຸດປ້ອງກັນ 3 ຈຸດໃຫຍ່ ແລະ ວາງກຳລັງເພີ່ມຕາມຈຸດຫຼໍ່ແຫຼມອີກ 3 ຈຸດ ເພື່ອຕິດຕາມການລັກລອບຂ້າມຊາຍແດນບໍ່ຖືກຕກົດໝາຍ ປະ ສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ກັກເຮືອຂອງຜູ້ທີ່ຝ່າຝືນ ແລະ ບໍ່ປະຕິບັດຕາມຄຳສັ່ງແຈ້ງການ ແລະ ມາດຕະການຜ່ອນຜັນ 21 ລຳ ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແກ້ໄຂແລ້ວ 15 ລຳ ນອກນີ້ຍັງສາມາດກັກຜູ້ລະເມີດໃຊ້ໝໍ້ຊ໋ອດປາ ຜູ້ເສບ ແລະ ຂາຍຢາເສບຕິດໄດ້ອີກຈຳນວນໜຶ່ງ.

ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍໄດ້ມີຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ພ້ອມທັງໄດ້ສະເໜີບາງບັນຫາທີ່ຍັງເປັນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຕໍ່ຄະນະດັ່ງກ່າວ ເຊິ່ງຄະນະທີ່ລົງເຮັດວຽກຄັ້ງນີ້ ກໍໄດ້ມີຄຳເຫັນປຶກສາຫາລືແຕ່ລະບັນຫາ ເພື່ອໃຫ້ມີຄວາມກະຈ່າງແຈ້ງ ແລະ ຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ.

# ຂ່າວ & ພາບ : ສະບາໄພ