ໃນໂອກາດລົງຕິດຕາມການດໍາເນີນການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ວັນທີ 21-23 ກໍລະກົດ 2021 ທ່ານນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສສກ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງຕິດຕາມການສອບເສັງຢູ່ສູນສອບເສັງ ມສ ລຽວໂຕວ໌ ວັນທີ 21 ກໍລະກົດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສົມປະສົງ ຈັນທະວົງ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ປະທານໂຮງຮຽນ ມສ ລຽວໂຕວ໌ ປະທານສູນສອບເສັງ ມສ ລຽວໂຕວ໌ ພ້ອມດ້ວຍຄະນະ.
ທ່ານ ສະໝານ ບົວຜາວົງ ຫົວໜ້າຫ້ອງການພາສາລາວ ຮອງປະທານສູນສອບເສັງ ມສ ລຽວໂຕວ໌ ກ່າວວ່າ: ເມືອງຈັນທະບູລີ ມີ 15 ໂຮງຮຽນເຂົ້າຮ່ວມສອບເສັງ ໃນນີ້ ພາກລັດ 6 ແຫ່ງ ເອກະຊົນ 9 ແຫ່ງ ມີນັກສອບເສັງ 1.416 ຄົນ ແບ່ງເປັນ 4 ສູນ ຄື: ສູນສອບເສັງ ມສ ວຽງຈັນ ສູນສອບເສັງ ມສ ເຈົ້າອານຸວົງ ສູນສອບເສັງ ມສ ຫງວຽນຢູ ແລະ ສູນສອບເສັງ ມສ ລຽວໂຕວ໌ ມີ 95 ຫ້ອງສອບເສັງ ມີກໍາມະການຍາມຫ້ອງ 190 ທ່ານ ຜູ້ຊ່ວຍ 20 ທ່ານ ພ້ອມດ້ວຍແພດ ແລະ ປກສ ຈໍານວນໜຶ່ງ ສະເພາະສູນສອບເສັງ ມສ ລຽວໂຕວ໌ ມີນັກສອບເສັງ 481 ຄົນ ຈາກໂຮງຮຽນ ມສ ລຽວໂຕວ໌ ມສ ບໍ່ນາງົວ ມສ ສີສະຫວາດ ມສ ກ້າວໜ້າ ມສ ສິນໄຊ ແບ່ງເປັນ 32 ຫ້ອງສອບເສັງ ມີຄະນະກໍາມະການຊີ້ນໍາສູນ 8 ທ່ານ ກໍາມະການຍາມຫ້ອງ 64 ທ່ານ ກໍາມະການສໍາຮອງ 3 ທ່ານ ຜູ້ຊ່ວຍ 3 ທ່ານ ປກສ 5 ທ່ານ ແພດ 2 ທ່ານ ໂດຍວິຊາສອບເສັງ ມີ 6 ວິຊາຄື: ພາສາລາວ-ວັນນະຄະດີ ວິທະຍາສາດສັງຄົມ ວິທະຍາສາດທຳມະຊາດ ສຶກສາພົນລະເມືອງ ຄະນິດສາດ ແລະ ພາສາອັງກິດ ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ສູນພວກເຮົາໄດ້ມີການພົ່ນຢາຂ້າເຊື້ອວັນທີ 19 ກໍລະກົດ 2021 ກໍາມະການຍາມຫ້ອງເສັງໄດ້ຮັບວັກຊີນຄົບ 2 ເຂັມທຸກຄົນ ນອກນີ້ ຍັງມີຈຸດວັດແທກອຸນຫະພູມ ເຈວລ້າງມື ແລະ ຜ້າອັດປາກ ໂດຍຄະນະຮັບຜິດຊອບສູນ ກໍາມະການຍາມຫ້ອງເສັງ ແລະ ນັກສອບເສັງທີ່ຈະເຂົ້າມາ ຕ້ອງໄດ້ໃສ່ຜ້າອັດປາກ ກ່ອນຈະເຂົ້າຫ້ອງສອບເສັງທຸກຄັ້ງຕ້ອງໄດ້ວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຈວທີ່ກໍານົດໃຫ້.
ໂອກາດການລົງຕິດຕາມການສອບເສັງຄັ້ງນີ້ ທ່ານນາງ ປອ ສີສຸກ ວົງວິຈິດ ກໍໄດ້ສະແດງຄວາມຊົມເຊີຍສູນສອບເສັງ ມສ ລຽວໂຕວ໌ ທີ່ເປັນສູນໃຫຍ່ ແລະ ໃໝ່ ແຕ່ໄດ້ກະກຽມຄວາມພ້ອມດ້ານຕ່າງໆ ແລະ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ເປັນຢ່າງດີ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະກໍາມະການຍາມຫ້ອງສອບເສັງ ແລະ ນັກສອບເສັງມີຄວາມສັດຊື່ ປະຕິບັດເວລາ ກໍຄືກົດລະບຽບຂອງການສອບເສັງຢ່າງເຄັ່ງຄັດ ສຸມສະຕິປັນຍາໃນການຄົ້ນຄວ້າຮໍ່າຮຽນ ເພື່ອໃຫ້ໄດ້ຄະແນນດີ ແລະ ຮັບປະກັນໃຫ້ບັ້ນສອບເສັງຈົບຊັ້ນ ມ4 ຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍ.
# ຂ່າວ & ພາບ : ສະບາໄພ