ໃນກາງເດືອນກໍລະກົດທີ່ຜ່ານມາ ທ່ານ ໂທຊິໂອະ ນາກາເຊະ ຫົວໜ້າຫ້ອງການໄຈກາປະຈຳລາວ ພ້ອມດ້ວຍທີມງານ ແລະ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າຫ້ອງການກະຊວງ ຄະນະກົມ ຮອງກົມປິ່ນປົວ ແລະ ຟຶ້ນຟູໜ້າທີ່ການ ກົມການເງິນ ຄະນະອຳນວຍການ ແລະ ຮອງອຳນວຍການໂຮງໝໍ ໄດ້ລົງຢ້ຽມຢາມການກໍ່ສ້າງຕຶກໃໝ່ຂອງໂຮງໝໍເສດຖາທິຣາດ.

ຈຸດປະສົງໃນການລົງຢ້ຽມຢາມຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າຂອງການກໍ່ສ້າງ ແລະ ການຕິດຕັ້ງອຸປະກອນການແພດພາຍໃນຕຶກ ເຊິ່ງເຫັນໄດ້ວ່າ ປັດຈຸບັນການກໍ່ສ້າງແມ່ນສຳເລັດແລ້ວ 99,7%.
ໂຄງການດັ່ງກ່າວແມ່ນທຶນຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ທີ່ມີຊື່ວ່າ “ໂຄງການປັບປຸງໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ” ໂຄງການນີ້ໄດ້ເລີ່ມຕັ້ງແຕ່ປີ 2018 ແລະ ຄາດວ່າຈະສຳເລັດໃນປີ 2021 ນີ້ ສະຖານທີ່ຂອງໂຄງການ ແມ່ນຕັ້ງຢູ່ທີ່ໂຮງໝໍເສດຖາທີຣາດ ໂດຍໄດ້ຮັບການສະໜອງເລື່ອງການກໍ່ສ້າງອາຄານຫຼັງໃໝ່ ແລະ ການສະໜອງອຸປະກອນ ສຳລັບໂຮງໝໍແຂວງຈຳປາສັກ ແມ່ນໄດ້ຮັບການສະໜອງອຸປະກອນການແພດ ໂຄງການມີຄວາມມຸ່ງຫວັງທີ່ຈະປະກອບສ່ວນເຂົ້າໃນການປັບປຸງການບໍລິການດ້ານສາທາລະນະສຸກ ແລະ ສ້າງຄວາມເຂັ້ມແຂງໃນລະບົບສາທາລະນະສຸກ ເພື່ອບັນລຸການປົກຄຸມຄຸນນະພາບຊີວິດທົ່ວປວງຊົນ.
# ຂ່າວ & ພາບ: ເພັດສະໝອນ