ສົກປີ 2020-2021 ເມືອງສັງທອງມີນັກສອບເສັງຈົບຊັ້ນ ມ 4 ມີ 414 ຄົນ

     ວັນທີ 21 ກໍລະກົດ 2021 ທົ່ວປະເທດໄດ້ເປີດຂະບວນການສອບເສັງນັກຮຽນຈົບຊັ້ນ ມ ຕົ້ນ ( ມ4) ຂຶ້ນຢ່າງເປັນທາງການ ເວົ້າສະເພາະເມືອງສັງທອງ ກໍໄດ້ເປີດຂະບວນການດັ່ງກ່າວຂຶ້ນເຊັ່ນກັນ ຢູ່ທີ່ສູນສອບເສັງໂຮງຮຽນ ມສ ສີທອງ ເປັນກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີສອບເສັງຂອງທ່ານ ໄຊຍະບັດ ຊຸ່ມມະນີວົງ ຮອງເຈົ້າເມືອງສັງທອງ ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ມີທ່ານ ບຸດດາ ຊູມິນທາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສັງທອງ ບັນດາຕາງໜ້າພະແນກສຶກສາ ຄະນະກໍາມະການ ຄູອາຈານ ແລະ ພາກສ່ວນກ່ຽວຂ້ອງ.

    ສົກປີ 2020-2021 ທົ່ວເມືອງສັງທອງມີນັກສອບເສັງທັງໝົດ 414 ຄົນ ຍິງ 216 ນ້ອງ ເຊິ່ງມາຈາກ ໂຮງຮຽນ ມສ 5 ແຫ່ງ ມ ຕົ້ນ 2 ແຫ່ງ ແບ່ງຫ້ອງສອບເສັງອອກເປັນ 21 ຫ້ອງສອບເສັງ ແລະ ມີ 1 ສູນສອບສອບເສັງ ມີ 6 ວິຊາຄື: ວິຊາພາສາລາວ+ວັນນະຄະດີ ວິຊາວິທະຍາສາດ-ສັງຄົມ ວິຊາວິທະຍາສາດທໍາມະຊາດ ວິຊາສຶກສາພົນລະເມືອງ ວິຊາພາສາອັງກິດ ວິຊາຄະນິດສາດ ເຊິ່ງຈະໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດໃນການສອບເສັງ 3 ມື້ ເຊິ່ງເລີ່ມຕັ້ງແຕ່ວັນທີ 21-23 ກໍລະກົດ 2021 ທັ້ງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດ 4 ບຸກທະລຸຂອງພັກວາງອອກ ໂດຍສະເພາະແມ່ນບຸກທະລຸທາງດ້ານຊັບພະຍາກອນມະນຸດໃຫ້ປາກົດຜົນເປັນຈິງຂຶ້ນເທື່ອລະກ້າວ.

    ນອກຈາກນັ້ນ ຍັງໄດ້ຈັດຕັ້ງປະຕິບັດຕາມມາດຕະການຄະນະສະເພາະກິດປ້ອງກັນພະຍາດໂຄວິດ 19 ເມືອງສັງທອງວາງອອກ ໂດຍສະເພາະແມ່ນ: ວັດແທກອຸນຫະພູມ ໃຊ້ເຈວລ້າງມື ໃຊ້ຜ້າປິດປາກ-ປິດດັງ ແລະ ຮັກສາໄລຍະຫ່າງຢ່າງເຂັ້ມງວດ.

# ຂ່າວ & ພາບ:  ວຽງມາ

error: Content is protected !!