ຫຼາຍໝູ່ບ້ານພາຍໃນເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ພາຍຫຼັງທີ່ຝົນໄດ້ຕົກໜັກຕິດຕໍ່ກັນມາເປັນເວລາຫຼາຍວັນ ເຮັດໃຫ້ນໍ້າປ່າໄຫຼຫຼັ່ງ ແມ່ນໍ້າຫຼາຍສາຍເພີ່ມຂື້ນຢ່າງໄວວາ ເຮັດໃຫ້ໄຫຼເຂົ້າຖ້ວມເຮືອນ ໄຮ່ ນາ ຮົ້ວສວນ ພໍ່ແມ່ປະຊາຊົນຫຼາຍໝູ່ບ້ານພາຍໃນເມືອງຫຼວງນໍ້າທາຄື: ບ້ານຫຼວງ ບ້ານຂອນ ດອນຄູນ ທ່າອໍ້ ນໍ້າແງ້ນ ນາລື ແລະ ບ້ານໃໝ່.
ຕໍ່ກັບເຫດການດັ່ງກ່າວ ມາໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ນໍາເອົາກໍາລັງອ້າຍນ້ອງກອງຮ້ອຍ 28 ກອງຮ້ອຍ 25 ແລະ ນັກຮຽນນາຍສີບ ຈໍານວນ 150 ກວ່າສະຫາຍ ເຂົ້າຂົນເຄື່ອງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ເຊີ່ງນໍາພາໂດຍ ສະຫາຍ ພັນໂທ ບຸນຄໍາ ຈັນວິວັນຕໍ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງນໍ້າທາ ສ່ວນຜົນເສຍຫາຍໃນຄັ້ງນີ້ ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້.
# ຂ່າວ & ພາບ: ໄຊບັນດິດ