ໃນວັນທີ 21 ກໍລະກົດ 2021 ທີ່ແຂວງຫຼວງພະບາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍມີຮອງລັດຖະມົນຕີກະຊວງການເງິນ ຮອງເຈົ້າຄອງ ຮອງເຈົ້າແຂວງທີ່ທາງລົດໄຟຜ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາວຽກຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການໃຫຍ່ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບລາວ-ຈີນ ເປັນໂຄງການປອດໃສຂາວສະອາດ ແລະ ໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າ ໂຄງການນີ້ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາ ເຖິງນີ້.
ໃນໂອກາດນີ້ ໄດ້ຮັບຟັງການລາຍງານຈາກທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80% ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫຼວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟໃນນີ້ ວຽກງານການວາງລາງທາງລົດໄຟສໍາເລັດ 409 ກິໂລແມັດ ເທົ່າກັບ 100% ການຕັ້ງເສົາໄຟຟ້າສໍາເລັດ 5.886 ເສົາ ເທົ່າກັບ 86,9% ຕິດຕັ້ງແຂນຍືນແຈກໄຟຟ້າສໍາເລັດ 6.866 ຊຸດ ເທົ່າກັບ 98,9% ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟ ສໍາເລັດ 390,2 ກິໂລແມັດ ເທົ່າກັບ 67,9%.
ສ່ວນຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

# ຂ່າວ & ພາບ: ເພັດສະໝອນ