ໃນວັນທີ 21 ກໍລະກົດ 2021 ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການສອບເສັງຈົບຊັ້ນ ມ4 ຢູ່ສູນສອບເສັງໂຮງຮຽນ ມສ ເຈົ້າອະນຸວົງ ໂດຍມີທ່ານ ແກ້ວປະເສີດ ໄຊບັນຍາ ຮອງເຈົ້າເມືອງຈັນທະບູລີ ທ່ານນາງ ຄຳຫວັນ ລາດສະຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ແລະ ຄະນະກຳມະ ການຮັ ຜິດຊອບສູນສອບເສັງ ໃຫ້ການຕ້ອນຮັບ.
ທ່ານ ນາງ ແສ່ວທອງ ຄຳຊົມພູ ຜູ້ອຳນວຍໂຮງຮຽນ ມສ ເຈົ້າອະນຸວົງ ທັງເປັນຫົວໜ້າສູນສອບເສັງ ດັ່ງກ່າວ ໄດ້ລາຍງານໃຫ້ຊາບວ່າ: ການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ຂອງເມືອງຈັນ ທະບູລີ ນວ ຈັດຂຶ້ນລະຫວ່າງວັນທີ 21-23 ກໍລະກົດ 2021 ເຊິ່ງປະກອບມີ 4 ສູນສອບເສັງ ສະເພາະສູນສອບເສັງໂຮງຮຽນ ມສ ເຈົ້າອະນຸວົງ ມີ 4 ໂຮງຮຽນເຂົ້າຮ່ວມສອບເສັງ ຄື: ໂຮງຮຽນ ມສ ນີຣະດາ ມສ ສົດທະຈິດ ມ ຕົ້ນ ປະຖຳມະວົງ ແລະ ມສ ເຈົ້າອະນຸວົງ ມີນັກສອບເສັງເຂົ້າຮ່ວມທັງໝົດ 293 ຄົນ ຍິງ 156 ຄົນ ຈຳນວນຫ້ອງສອບເສັງມີ 20 ຫ້ອງ ໃຊ້ກຳມະການຍາມຫ້ອງທັງໝົດ 40 ຄົນ ສຳຮອງ 4 ຄົນ ແພດປະ ຈຳ 1 ຄົນ.
ສຳລັບວິຊາສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ມີທັງໝົດ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ ວິຊາວິທະຍາສາດ-ສັງຄົມ ວິຊາວິທະຍາສາດທຳມະຊາດ ວິຊາສຶກສາພົນລະເມືອງ ວິຊາຄະນິດສາດ ແລະ ວິຊາພາສາອັງກິດ.
ການສອບເສັງ ນຳໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ເຊັ່ນ: ເຄື່ອງວັດແທກອຸນຫະພູມ ຜ້າປິດປາກ-ປິດດັງ ສະບູ ແລະ ເຈວລ້າງມື ມີຄວາມພ້ອມຮອບດ້ານ.
# ຂ່າວ & ພາບ: ບຸນມີ ສີວິໄລ