ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ທັງໝົດ 153 ຄົນ ໃນນັ້ນ ນວ 1 ກໍລະນີ

    ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 21 ກໍລະກົດ 2021 ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດປັດຈຸບັນ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 3.883 ຄົນ (ກວດພົບໃໝ່ 153 ກໍລະນີ) ຄົນເຈັບເສຍຊີວິດ 5 ກໍລະນີ (ໃໝ່ 0 ກໍາລັງປິ່ນປົວ 1.322 ກໍລະນີ). 

    ໃນກໍລະນີຕິດເຊື້ອໃໝ່ ແມ່ນບໍ່ມີການຕິດເຊື້ອໃນຊຸມຊົນ ທັງໝົດແມ່ນຜູ້ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ຄື: ນະຄອນຫຼວງວຽງຈັນ 1 ກໍລະນີ ຈໍາປາສັກ 36 ກໍລະນີ ສະຫວັນນະເຂດ 93 ກໍລະນີ ສາລະວັນ 13 ກໍລະນີ ແລະ ຄໍາມ່ວນ 10 ກໍລະນີ ທັງໝົດແມ່ນແຮງງານລາວທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ ເມື່ອຜົນກວດເປັນຜົນບວກ ພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້ ແນວໃດກໍຕາມ ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 20 ກໍລະກົດ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນທັງໝົດ 2.695 ຄົນ ທຸກຄົນໄດ້ເກັບຕົວຢ່າງໄປກວດ ແລະ ຈໍາກັດບໍລິເວນຢູ່ສູນຄົບ 14 ວັນ. 

    ສໍາລັບວຽກງານການຈໍາກັດບໍລິເວນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 48 ສູນ ມີຜູ້ຈໍາກັດບໍລິເວນທັງໝົດ 6.664 ຄົນ ວຽກງານວິເຄາະ ໃນວັນທີ 20 ກໍລະກົດ 2011 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 1.151 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 153 ກໍລະນີ ລາຍລະອຽດການເກັບຕົວຢ່າງຢູ່ແຂວງທີ່ມີສະຖານທີ່ການເກັບຕົວຢ່າງ ເພື່ອກວດຫາເຊື້ອໂຄວິດ-19 ມີໂຮງຫມໍສູນກາງ ໂຮງໝໍແຂວງ ແລະ ຈຸດກວດເພີ່ມທີ່ຄະນະສະເພາະກິດກໍານົດໃນແຕ່ລະແຂວງ ນອກຈາກນັ້ນ ຖ້າມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອ ໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສໍານັກງານອົງການ ສະຖາບັນການສຶກສາ ແລະ ອື່ນໆ) ແລະ ບ່ອນທີ່ມີຊຸມຊົນແອອັດ (ຕະຫຼາດສົດ ໂຮງຈັກ ໂຮງງານ ແລະ ສະຖານທີ່ທີ່ມີແຮງງານກໍາມະກອນຈໍານວນຫຼາຍ ເປັນຕົ້ນ).

# ຂ່າວ & ພາບ:  ສີພອນ ຈັນທະດາລາ

error: Content is protected !!