ທູດລາວ ຍື່ນສານຕາຕັ້ງຕໍ່ສົມເດັດເຈົ້າຈັກກະພັດຍີ່ປຸ່ນ

    ທ່ານນາງ ຟອງສະໝຸດ ອັ່ນລາວັນ ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ວັນທີ 14 ກໍລະກົດ 2021 ຢູ່ສໍານັກພະລາຊະວັງ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານ ກະຊວງການຕ່າງປະເທດ ເຈົ້າໜ້າທີ່ຂອງສຳນັກພະລາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດຈາກສະຖານທູດລາວ ຢູ່ໂຕກຽວ. 

    ສົມເດັດ ນາຣຸຮິໂຕະ ໄດ້ໂອ້ລົມທ່ານເອກອັກຄະລັດຖະທູດລາວດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍສົມເດັດເຈົ້າຈັກກະພັດຍີ່ປຸ່ນໄດ້ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງຂອງທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດຍີ່ປຸ່ນຄັ້ງນີ້ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຈະນັບມື້ຈະເລີນງອກງາມຍິ່ງຂຶ້ນໄປ ໂອກາດດັ່ງກ່າວ ທ່ານນາງ ຟອງສະໝຸດ ອັ່ນລາວັນ ກໍໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ສົ່ງໄປຍັງສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ພ້ອມດ້ວຍວົງສານຸວົງ ແລະ ຄວາມສົມບູນພູນສຸກຂອງປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ເຊິ່ງສົມເດັດເຈົ້າຈັກກະພັດໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວເຖິງທ່ານປະທານປະເທດ ແລະ ຍັງກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈທີ່ການນໍາ ແລະ ປະຊາຊົນລາວໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນໂອກາດສະເດັດຢ້ຽມຢາມ ສປປ ລາວ ໃນປີ 2012. 

    ທ່ານ ຟອງສະໝຸດ ອັ່ນລາວັນ ໄດ້ໃຫ້ຄຳໝັ້ນສັນຍາຈະເຮັດສຸດຄວາມສາມາດ ໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຫຼາຍກວ່າ 65 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ ລວມທັງການຮ່ວມມືເພື່ອສົ່ງເສີມການລົງທຶນ ຄ້າ-ຂາຍ ແລະ ການໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດໃຫ້ຫຼາຍຂຶ້ນ ລາວ-ຍີ່ປຸ່ນ ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ວັນທີ 5 ມີນາ 1955 ໃນນີ້ ທ່ານ ຟອງສະໝຸດ ອັ່ນລາວັນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສປປ ລາວ ປະຈຳປະເທດຍີ່ປຸ່ນ ຄົນທີ 10 ນັບແຕ່ປີ 1975 ເປັນຕົ້ນມາ.

# ຂ່າວ & ພາບ : ສະບາໄພ

error: Content is protected !!