ການສອບເສັງຈົບຊັ້ນ ມ4 ຄຽງຄູ່ກັບຕາມມາດຕະການປ້ອງກັນພະຍາດໂຄວິດ-19

    ພິທີເປີດການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21-23 ກໍລະກົດ 2021 ປີນີ້ ນະຄອນຫຼວງວຽງຈັນແມ່ນເອົາສູນສອບເສັງໂຮງຮຽນມັດທະຍົມສຶກສາສົມ ບູນວຽງຈັນ ເປັນບ່ອນເປີດພິທີການສອບເສັງຢ່າງເປັນທາງການ ເປັນກຽດເຂົ້າຮ່ວມມີທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຮັກສາການຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີເຂົ້າຮ່ວມ. 

    ທ່ານ ທອງພັນ ອຸໄລທອນ ກ່າວວ່າ: ສູນສອບເສັງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ມີນັກສອບ ເສັງເຂົ້າຮ່ວມທັງໝົດ 420 ຄົນ ຍິງ 236 ຄົນ ຈຳນວນຫ້ອງສອບເສັງມີ 28 ຫ້ອງ ພາຍຫຼັງໄດ້ຮັບຄຳຊີ້ນຳ ຈາກຂັ້ນເທິງ ກໍຄືແຈ້ງການຕ່າງໆຂອງຂັ້ນເທິງ ທາງສູນສອບເສັງ ມສ ວຽງຈັນ ຂອງພວກເຮົາກໍໄດ້ມາເຜີຍ ແຜ່ ແລະ ຈັດຕັ້ງປະຕິບັດຄວາມພ້ອມໃນການສອບເສັງຊັ້ນ ມ4 ຄື:ກຽມດ້ານບຸຄະລາກອນກັບໜ້າວຽກ ຕ່າງໆ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ຜູ້ຊ່ວຍວຽກພາຍໃນສູນ ກຽມກົດລະບຽບ ສິດ ໜ້າທີ່ ແລະ ຂໍ້ ຫ້າມອື່ນໆຂອງກຳມະການດູແລຫ້ອງສອບເສັງ ແລະ ນັກສອບເສັງ ກຽມວັດຖຸອຸປະກອນໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ເຊັ່ນ: ເຄື່ອງວັດແທກອຸນຫະພູມ ຜ້າປິດປາກ-ດັງ ສະບູ ແລະ ເຈວລ້າງມື ກຽມທາງດ້ານສະຖານທີ່ ຫ້ອງສອບເສັງ ໂຕະຕັ່ງ ໄຟຟ້າ ນ້ຳປະປາ ຫ້ອງນ້ຳໃຫ້ມີຄວາມສະອາດ ກຽມສະຖານທີ່ບ່ອນພັກຜ່ອນກິນເຂົ້າທ່ຽງຂອງນັກສອບເສັງ ໂດຍປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍແນະນຳໃຫ້ນັກສອບເສັງໃຫ້ລ້າງມືໃສ່ສະບູທຸກຄັ້ງ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ແລະ ກຽມຄະນະຮັບຜິດຊອບຕາມຈຸດເຂົ້າ-ອອກທຸກປະຕູ ເພື່ອໃຫ້ນັກສອບເສັງເຂົ້າມາໃນສູນສອບເສັງ ຕ້ອງຜ່ານການກວດກາອຸນຫະພູມ ແລະ ໃສ່ຜ້າປິດປາກ-ດັງ. 

    ສຳລັບ ວິຊາສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ມີທັງໝົດ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ ວິຊາວິທະຍາສາດສັງຄົມ ວິຊາວິທະຍາສາດທຳມະຊາດ ວິຊາສຶກສາພົນລະເມືອງ ວິຊາຄະນິດສາດ ແລະ ວິຊາພາສາອັງກິດ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!