ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ສໍາລັບການຜະລິດກະສິກໍາ-ປ່າໄມ້ 6 ເດືອນຕົ້ນປີ 2021 ຕາມແຜນປູກເຂົ້ານາແຊງຈໍານວນ 4.600 ເຮັກຕາ ປູກໄດ້ຕົວຈິງ ຈໍານວນ 3.910 ເຮັກຕາ ເທົ່າກັບ 85% ຫຼຸດແຜນການ 690 ເຮັກຕາ ມາຮອດປັດຈຸບັນ ຊາວກະສິກອນສາມາດເກັບກ່ຽວເຂົ້ານາແຊງສໍາເລັດແລ້ວຈໍານວນ 3.907 ເຮັກຕາ ເທົ່າກັບ 99,92% ຜົນຜະລິດໄດ້ 16.604 ໂຕນ ປູກພືດຜັກສໍາຮອງລະດູແລ້ງ ຕາມແຜນການ 760 ເຮັກຕາ ປູກໄດ້ຕົວຈິງ 621 ເຮັກຕາ ເທົ່າກັບ 81,71% ປັດຈຸບັນ ສາມາດເກັບກ່ຽວສໍາເລັດ 506 ເຮັກຕາ ຜົນຜະລິດໄດ້ 4.960 ໂຕນ ໄດ້ປະສານສົມທົບກັບສັດຕະວະແພດຂັ້ນບ້ານ ປະຊາສໍາພັນ ແລະ ເຄື່ອນໄຫວສັກຢາປ້ອງກັນໃຫ້ສັດລ້ຽງປະເພດຕ່າງໆໄດ້ທັງໝົດ 374.328 ໂຕ ເທົ່າກັບ 48,32% ຂອງແຜນການ ຈໍານວນ 774.555 ໂຕ ພິເສດ ໄດ້ອອກທະບຽນຟາມລ້ຽງສັດປະເພດຕ່າງໆ ໃຫ້ຊາວກະສິກອນ 46 ຟາມ.

ສ່ວນແຜນການ 6 ເດືອນທ້າຍປີ 20201 ຈະສຸມໃສ່ຜະລິດນາປີ 7.905 ເຮັກຕາ ປັດຈຸບັນ ປະຕິບັດໄດ້ແລ້ວ 5.625 ເຮັກຕາ ເທົ່າກັບ 71% ພືດຜັກໃຫ້ໄດ້ 410 ເຮັກຕາ ປະຕິບັດໄປໄດ້ແລ້ວ 71 ເຮັກຕາ ພືດອຸດສາຫະກຳຈະໃຫ້ໄດ້ 346 ເຮັກຕາ ເຮັດໄດ້ 260 ເຮັກຕາ ສ່ວນແຜນສັກຢາໃຫ້ສັດລ້ຽງ ບໍ່ໃຫ້ຫຼຸດ 75% ປັດຈຸບັນປະຕິບັດໄດ້ແລ້ວ 50%.

# ຂ່າວ & ພາບ : ບຸນມີ ສີວິໄລ