ລະຫວ່າງວັນທີ 16-17 ກໍລະກົດ 2021 ຜ່ານມາ ປະທານອົງການກາແດງລາວ ໄດ້ເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ ທີ່ປະສົບໄພນ້ຳຖ້ວມໃນເດືອນມີຖຸນາທີ່ຜ່ານມາ.

ອົງການກາແດງລາວ ໄດ້ປະຕິບັດຕາມພາລະບົດບາດໃນການຊ່ວຍໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ໃນເປົ້າໝາຍ 1.000 ຄອບຄົວ ລວມ 5.314 ຄົນ (ຍິງ 2.460 ຄົນ) ເຊິ່ງຊັບສິນເສຍຫາຍຢ່າງຫຼວງຫຼາຍ ໂດຍກ່າວມອບໂດຍແມ່ນທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ກ່າວຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ເຄື່ອງອຸປະໂພກ ແລະ ບໍລິໂພກ ຢ່າປົວພະຍາດ ຂັ້ນພື້ນຖານ ແລະ ອື່ນໆ ລວມມູນຄ່າ 84 ລ້ານກວ່າກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ ເກົາຫຼີ ສະພາກາຊາດໄທ ບໍລິສັດພຣູເດັນໂຊປະກັນຊີວິດ ແລະ ມູນນິທິຮ່ວມໃຈພັດທະນາລາວ.

ໂອກາດນີ້ ທ່ານປະທານອົງການກາແດງລາວ ໄດ້ຍ້ອງຍໍຊົມເຊີຍການນຳພັກ-ລັດ ແຂວງໄຊຍະບູລີ ແລະ ທຸກພາກສ່ວນທີ່ທຸມເທການປະກອບສ່ວນໃນຄັ້ງນີ້.
# ຂ່າວ & ພາບ: ບຸນມີ ສີວິໄລ