ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 5 ຂອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ເປີດຂື້ນຢ່າງເປັນທາງການຫວ່າງມໍ່ໆມານີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງປະລິຍາເອກ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ ມີບັນດາທ່ານໃນຄະນະປະຈໍາພັກເມືອງ ກໍາມະການພັກເມືອງຫົວໜ້າຫ້ອງການ-ຄະນະຫ້ອງການ ເລຂາ-ນາຍບ້ານ 40 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນໃນການຊີ້ນຳ-ນຳພາຮອບດ້ານຂອງຄະນະບໍລິຫານງານພັກເມືອງ ໄລຍະ 6 ເດືອນຕົ້ນປີ 2021 ໂດຍໄດ້ສຸມໃສ່ວຽກງານຮອບດ້ານ ໂດຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ V ຂອງເມືອງ ກໍຄືແຜນພັດທະນາເສດຖະກິດຂອງເມືອງ ດ້ວຍຄວາມເປັນເຈົ້າການ ແລະ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍດ້ານ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວເມືອງຢ່າງເຂັ້ມງວດ ຈື່ງສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ສິ່ງທ້າທາຍຕ່າງໆ.

ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເນື້ອໃນວຽກງານຈຸດສຸມທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນອີກ 6 ເດືອນທ້າຍປີ 2021 ເປັນຕົ້ນ: ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພີ່ມທະວີການຫັດແອບສິລະປະຍຸດ-ຍຸດທະວິທີໃຫ້ແກ່ກໍາລັງກອງຫຼອນ ກອງຮ້ອຍ ປັບປຸງຮາກຖານບ້ານໃຫ້ໄປຕາມທິດນໍາຂອງພັກ ຕິດພັນກັບການກວດກາປະເມີນແຜນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສືບຕໍ່ຊຸກຍູ້ ຜັກດັນການພັດທະນາເສດຖະກິດໃຫ້ແຂງແຮງ ໂດຍຖືເອົາທ່າແຮງບົ່ມຊ້ອນຂອງເມືອງ ດ້ານວຽກງານເສດຖະກິດແມ່ນໄດ້ສຸມປູກພືດສຳຮອງລະດູແລ້ງໃນ ແລະ ນອກໂຄງການໄດ້ທັງໝົດ: 1.350,23 ຮຕ ເທົ່າກັບ 121,65% ຂອງແຜນການ 1.109,58 ຮຕ ໃນນັ້ນມີ: ມັນຕົ້ນ 472,5 ຮຕ ໝາກໂມ 120,23 ຮຕ ຖົ່ວດິິນ 58,8 ຮຕ ໝາກແຕງ 52 ຮຕ ຖົ່ວຍາວ 51,6 ຮຕ ສາລີ 60,3 ຮຕ ພືດຜັກ 181,8 ຮຕ ໝາກເຂືອ 63 ຮຕ ໝາກເຜັດ 69,7 ຮຕ ໝາກເລັ່ນ 45,4 ຮຕ ເຜືອກມັນ 20,5 ຮຕ ໝາກຫຸ່ງ 22,5 ຮຕ ຜັກບົ່ວ 32,9 ຮຕ ກະລໍ່າປີ 2,5 ຮຕ ມັນດ້າງ 35 ຮຕ ກ້ວຍ 16,5 ຮຕ ວຽກງານການເງິນ: ລາຍຮັບງົບປະມານແຕ່ຕົ້ນປີມາຮອດ ວັນທີ 25 ມິຖຸນາ 2021 ປະຕິບັດໄດ້ 1.645.132.847 ກີບ ເທົ່າກັບ 45,32% ໃນນັ້ນ:ສ່ວຍສາອາກອນ1.598.401.847 ກີບເທົ່າກັບ 44,84% ຂອງແຜນການປີ ຊັບສິນ46.731.000 ກີບ ເທົ່າກັບ 71,89% ຂອງແຜນການປີ ລວມຍອດລາຍຈ່າຍແຕ່ຕົ້ນປີ ປະຕິບັດໄດ້ 1.609.760.067 ກີບ ເທົ່າກັບ 46,25 % ຂອງແຜນການປີ ສ່ວນວຽກງານແຜນການ-ການລົງທຶນໃນ 6 ເດືອນຕົ້ນປີ ປະຕິບັດໄດ້ທັງໝົດ: 20 ໂຄງການ ມູນຄ່າ 8.123,13 ຕື້ກີບ ທຽບໃສ່ແຜນສາມາດປະຕິບັດໄດ້ 95,23% ຂອງໂຄງການ ມູນຄ່າການລົງທຶນປະຕິບັດໄດ້ 8,92% ໃນນັ້ນທຶນລັດ 02 ໂຄງການ ມີມູນຄ່າ 919 ລ້ານກີບ ທຶນພັດທະນາເມືອງ 1 ໂຄງການ ມີມູນຄ່າ 57 ລ້ານກີບ ທຶນປະຊາຊົນ 16 ໂຄງການ ມູນຄ່າ 2.705,51 ຕື້ກີີບ ທຶນຕ່າງປະເທດ 5 ໂຄງການ ມີມູນຄ່າ 4.441,62 ຕື້ກີບ ກໍ່ສ້າງທາງເບຕົງວັດພະທາດໂຜ່ນ ຍາວ 70 ແມັດ ກວ້າງ 8 ແມັດ ມູນຄ່າ 155 ລ້ານກີບ (ທຶນວັດພະທາດໂຜ່ນ) ສ້ອມແປງທາງດິນແດງບ້ານໂພນທາດ ຫາ ບ້ານດອນຕູມ ຍາວ 2,5 ກິໂລແມັດ ມູນຄ່າ 39.960.000 ກີບ (ທຶນປະຊາຊົນ).

ຕອນທ້າຍ ທ່ານເຈົ້າເມືອງໄຊພູທອງ ໄດ້ມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ຄະນະພັກທຸກຂັ້ນຈົ່ງສືບຕໍ່ເອົາໃຈໃສ່ນຳພາວຽກງານການເມືອງ-ແນວຄິດ ອອກແຮງຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ມະຕິ IX ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທັງຫັນເປັນແຜນການ ໂຄງການລະອຽດ ແລະ ຕັ້ງໜ້າຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຍົກສູງຄວາມຮັບຜິດຊອບຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຊຸກຍູ້ການກໍ່ສ້າງພັກ ກໍ່ສ້າງພະນັກງານໃຫ້ມີຄຸນນະພາບສູງ ສືບຕໍ່ກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຢ່າງມີປະສິດທິພາບ ເພີ່ມທະວີໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ຕາມຄາດໝາຍ ສຸມໃສ່ສະກັດກັ້ນ ແກ້ໄຂປາກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດຢ່າງເຂັ້ມງວດ ແລະ ເດັດຂາດ. ຖືສຳຄັນການນຳພາ ຕິດຕາມກວດກາ ຄຸ້ມຄອງ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ ຄຳສັ່ງ ແລະ ນິຕິກຳທີ່ວາງອອກແຕ່ລະໄລຍະ ທັງນຳພາສະຫຼຸບຖອດຖອນບົດຮຽນເປັນລະບົບ ສືບຕໍ່ປຸກລະດົມ ແລະ ນຳໃຊ້ທຸກພາກສ່ວນເຂົ້າຮ່ວມເປັນເຈົ້າການຈັດຕັ້ງປະຕິບັດມະຕິ ແລະ ແຜນພັດທະນາຂອງເມືອງ ຂອງເມືອງໃຫ້ບັນລຸຕາມແຜນການ.
# ພາບ – ຂ່າວ: ພັນທະມິດ ວົງສຸທິ