ວຽງນະຄອນ ວົງວິໄຊ ໄດ້ສິດເປັນຕົວແທນລາວເຂົ້າແຂ່ງຂັນຂົວພາສາຈີນ ທີ່ປະເທດຈີນ

    ສະຖານທູດຈີນປະຈໍາ ສປປ ລາວ ຮ່ວມກັບສະຖາບັນຂົງຈື ຈັດງານແຂ່ງຂັນ ຂົວພາສາຈີນ ລະດັບນັກສຶກສາມະຫາວິທະຍາໄລ ຄັ້ງທີ 20 ປະຈໍາປີ 2021 ຮອບຊີງຊະນະເລີດໃນທົ່ວປະເທດ ຂຶ້ນໃນວັນທີ 19 ກໍລຸກົດ 2021 ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໂດຍທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາ ໄລແຫ່ງຊາດ ທ່ານ ສິນເສິນ (Qin Chen) ຕາງໜ້າເອກອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍຄະນະບໍດີ ຮອງຄະນະບໍດີ ຮອງຜູ້ອໍານວຍການທະນາຄານ ຕະຫຼອດຮອດພະງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ໃນຮອບແຂ່ງຂັນຊິງຊະນະເລີດຄັ້ງນີ້ ມີນັກສຶກສາລາວເຂົ້າຮ່ວມການແຂ່ງຂັນທັງໝົດ 10 ຄົນ ທີ່ມາຈາກຄະນະອັກສອນສາດ ມຊ ສະຖາບັນຂົງຈື ແລະມະຫາວິທະຍາໄລຊູໂຈ່ວ ຜ່ານການແຂ່ງຂັນດ້ວຍການເວົ້າພາສາຈີນເທິງເວທີ ແລະ ສະແດງຄວາມສາມາດພິເສດກ່ຽວກັບສິລະປະວັດທະນະທໍາຂອງຈີນ ກໍາມະການໄດ້ຕັດສິນໃຫ້ນາງ ວຽງນະຄອນ ວົງວິໄຊ ເປັນຜູ້ຊະນະເລີດ ແລະ ໄດ້ເປັນຕົວແທນຂອງປະເທດລາວທີ່ຈະເຂົ້າໄປແຂ່ງຂັນຂົວພາສາຈີນທີ່ປະເທດຈີນ ສ່ວນລາງວັນທີ 2 ແມ່ນ ນາງນໍ້າຝົນ ຢ່າງຈະກິ ຕົວແທນນັກສຶກສາສະຖາບັນຂົງຈື ນອກນັ້ນ ຍັງມີລາງວັນທີ 3 ລາງວັນເວົ້າເກັ່ງ ແລະ ລາງວັນການສະແດງດີເດັ່ນ.

    ການຈັດງານແຂ່ງຂັນຂົວພາສາຈີນໃນປີນີ້ ເນື່ອງຈາກຍັງຢູ່ໃນໄລຍະໂຄວິດ-19 ລະບາດ ສະນັ້ນ ການຈັດງານຈຶ່ງໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

.

# ຂ່າວ & ພາບ :  ວຽງມາ

error: Content is protected !!