ໂດຍໄດ້ຮັບການປະກອບສ່ວນວັດຖຸສິ່ງຂອງ ຈາກນາງ ຄຳຫຼ້າ ຮ້ານຟິດເນັດ ທ່ານ ວິລະສັກ ນາງ ຕ້ອມ ນາງ ແກວ ບ້ານທ່າພະລາໄຊ ແລະ ນາງ ດາວວອນ ພ້ອມດ້ວຍຄອບຄົວ ບ້ານທ່າພະລານໄຊ ວັນທີ 19 ກໍລະກົດ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ໄດ້ສືບຕໍ່ແຈກຢາຍສິ່ງຂອງໃຫ້ປະຊາຊົນບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ 290 ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19.
# ຂ່າວ & ພາບ : ສົມສະຫວັນ