ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ເປັນແຂວງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 (ນໍາເຂົ້າ) ແຕ່ລະວັນເປັນຈຳນວນຫຼາຍສິບຄົນ ເພື່ອປິ່ນປົວຄົນເຈັບພະຍາດໂຄວິດ ອໍານາດການປົກຄອງທັງສອງແຂວງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບໃຫ້ພຽງພໍ ແຕ່ການສ້າງໂຮງໝໍພາກສະໝາມແມ່ນມີຄວາມຕ້ອງການອຸປະກອນປະກອບໃສ່ເປັນຈຳນວນຫຼາຍ ເປັນຕົ້ນແມ່ນຕຽງນອນ ແລະ ອື່ນໆທີ່ມີຄວາມເປັນ.

ເພື່ອໃຫ້ທ່ວງທັນກັບສະພາບການ ອໍານາດການປົກຄອງທັງສອງແຂວງຈຶ່ງໄດ້ສະເໜີຂໍຄວາມຊ່ວຍເຫຼືອນຳອໍານາດການປົກຄອງນະຄອນຫຼວງວຽງຈັນ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ເຫັນດີຊ່ວຍຕຽງນອນປະກອບໃສ່ໂຮງໝໍພາກສະໜາມ ເພື່ອປິ່ນປົວຄົນເຈັບພະຍາດໂຄວິດ ແຂວງລະ 100 ຊຸດ ເຊິ່ງພາຍຫຼັງນະຄອນຫຼວງວຽງຈັນຈັດສົ່ງເຖິງສະຖານທີ່ ກໍໄດ້ມີພິທີມອບ-ຮັບຕຽງນອນ ຈັດຂຶ້ນວັນທີ 19 ກໍລະກົດ 2021 ມີທ່ານເຈົ້າແຂວງ ຮອງເຈົ້າແຂວງ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງແຂວງກ່າວຮັບເອົາ ພ້ອມທັງຂອບໃຈມາຍັງອຳນາດການປົກຄອງນະຄອນຫຼວງວຽງຈັນທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ຕື່ມອີກ.

# ຂ່າວ & ພາບ : ສົມສະຫວັນ