ວັນທີ 19 ກໍລະກົດ 2021 ທີ່ພະແນກການເງິນນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂອງນະຄອນຫຼວງວຽງຈັນ ມີຄະນະພະແນກການເງິນ ຄັງເງິນແຫ່ງຊາດ ປະຈໍານະຄອນຫຼວງວຽງຈັນ ກອງຄຸ້ມຄອງພາສີເຂດ V ສ່ວຍສາອາກອນ ຂະແໜງການອ້ອມຂ້າງ ຫ້ອງການເງິນ ແລະ ຄຸ້ມຄອງຊັບສິນຂອງລັດ 9 ຕົວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ:ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ 2021 ຜ່ານການຈັດຕັ້ງປະຕິບັດແຕ່ວັນທີ 1 ມັງກອນ ຫາ ວັນທີ 30 ມິຖຸນາ 2021 ແຜນການປີທັງໝົດ 5.094,86 ຕື້ກີບ ປະຕິບັດໄດ້ 2.154,21 ຕື້ກີບ ເທົ່າກັບ 42,28% ຂອງແຜນການປີ ວຽກງານຄຸ້ມຄອງລາຍຈ່າຍ ແຜນການປີ 705,37 ຕື້ກີບ ປະຕິບັດໄດ້ 231,29 ຕື້ກີບ ເທົ່າກັບ 32,79% ຄາດໝາຍສູ້ຊົນ 6 ເດືອນທ້າຍປີ ດ້ານຕົວເລກລາຍຮັບ ສູ້ຊົນໃຫ້ໄດ້ 2.269,17 ຕື້ກີບ ເທົ່າກັບ 44,54% ແລະ ຄາດຄະເນໝົດປີໃຫ້ໄດ້ 4.423,38 ຕື້ກີບ ເທົ່າກັບ 86,82% ຂອງແຜນການປີ (5.094,86 ຕື້ກີບ) ດ້ານຕົວເລກລາຍຈ່າຍ ແຜນຄາດຄະເນລາຍຈ່າຍທັງໝົດປະຕິບັດໃຫ້ໄດ້ 473,48 ຕື້ກີບ ເທົ່າກັບ 67,13% ແລະ ຄາດຄະເນລາຍຈ່າຍໝົດປີ ໃຫ້ໄດ້ 704,77 ຕື້ກີບ ເທົ່າກັບ 99,92% ຂອງແຜນການປີ ( 705,37 ຕື້ກີບ ).


ພາຍຫຼັງທີ່ຮັບການລາຍງານແລ້ວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ເປີດໂອກາດໃຫ້ພາກສ່ວນຕ່າງໆປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ພ້ອມທັງໃຫ້ທິດຊີ້ນໍາຕື່ມອີກ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ບັນລຸຕົວເລກຄາດໝາຍທີ່ກຳນົດໄວ້.

# ຂ່າວ & ພາບ : ຂັນທະວີ