ຈາກເຫດການນໍ້າຖ້ວມກະທັນຫັນໃນວັນທີ 14 ມິຖຸນາ 2021 ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ອັນໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ ຕໍ່ຊັບສິນຂອງລັດ ແລະ ປະຊາຊົນພາຍໃນເມືອງໄຊຍະບູລີ ເປັນຕົ້ນ ໂຄງລ່າງພື້ນຖານພາຍໃນເມືອງໄດ້ຮັບຄວາມເສຍຫາຍ ເຮືອນຊານບ້ານຊ່ອງ ເນື້ອທີ່ທຳການຜະລິດ ສັດລ້ຽງ ແລະ ອື່ນໆຂອງປະຊາຊົນໄດ້ຮັບຜົນກະທົບ.

ເພື່ອເປັນການປະກອບສ່ວນຊ່ວຍພາກລັດ ໃນການຟື້ນຟູສະພາບແວດລ້ອມທາງດ້ານຊີວິດການເປັນຢູ່ ແລະ ຊ່ວຍແບ່ງເບົາຄວາມເສຍຫາຍຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໜັກຈາກເຫດການນໍ້າຖ້ວມດັ່ງກ່າວ ວັນທີ 13 ກໍລະກົດ 2021 ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອບັນເທົາໄພພິບັດທຳມະຊາດຈາກບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໃຫ້ກັບຜູ້ປະສົບໄພນໍ້າຖ້ວມຄັ້ງນີ້ ກ່າວມອບໂດຍທ່ານ ສີພັນ ໜໍ່ຄຳ ອຳນວຍການບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ແລະ ກ່າວຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ມີຄະນະນຳທັງສອງຝ່າຍເຂົ້າຮ່ວມ.

ສໍາລັບເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີ ເຂົ້າສານ 3.400 ກິໂລກຣາມ ສະບູອາບນໍ້າ 472 ແພັກ ແລະ ແຟບຊັກເຄື່ອງ 583 ແພັກ ລວມມູນຄ່າທັງໝົດ 30 ລ້ານກີບ ເຊິ່ງເຄື່ອງຈຳນວນນີ້ ຈະໄດ້ນຳໄປມອບຕໍ່ໃຫ້ປະຊາຊົນ 18 ບ້ານ 1.082 ຄອບຄົວ ທີ່ໄດ້ຮັບຜົນກະທົບໜັກກວ່າບ້ານອື່ນໆ.
ໂອກາດນີ້ ທ່ານຮອງເຈົ້າແຂວງໄດ້ກ່າວສະແດງຄວາມຂອບໃຈຕໍການປະກອບສ່ວນຊ່ວຍເຫຼືອຂອງບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ຄັ້ງນີ້
# ຂ່າວ & ພາບ : ສົມສະຫວັນ