ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/7/1955-20/7/2020) ຫ້ອງກວດພະຍາດລາວ ອິນເຕີຄລີນິກ ມີສະຖານທີ່ຕັ້ງຢູ່ຖະໜົນມິດຕະພາບລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳບໍລິການກວດສຸຂະພາບໃຫ້ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໂດຍບໍ່ເສຍຄ່າຄືກັບທຸກປີຜ່ານມາ.
ທ່ານ ນາງ ດຣ ສີວິໄຊ ທັມມະລັງສີ ອໍານວຍ ລາວ ອີນເຕີຄລີນິກ ໃຫ້ສໍາພາດວັນທີ 19 ກໍລະກົດ 2021 ວ່າ: ຂໍແຈ້ງມາຍັງເອື້ອຍນ້ອງແມ່ຍິງລາວທຸກພາກສ່ວນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ລາວ ອິນເຕີຄລີນິກ ຈະເປີດບໍລິການກວາສຸຂະພາບໂດຍບໍ່ເສຍຄ່າ ເປັນເວລາ 3 ວັນໃນວັນທີ 21-23 ກໍລະກົດ 2021 ເລີ່ມແຕ່ເວລາ 9-16:00 ໂມງ ຖ້າທ່ານໃດສົນໃຈຢາກກວດສຸຂະພາບຕົນເອງດ້ວຍເຄື່ອງມືທີ່ທັນສະໄໝ ກະລຸນາສົ່ງລາຍລະອຽດດັ່ງນີ້ ຊື່ ນາມສະກຸນ ວັນ ເດືອນ ປີເກີດ ທີ່ຢູ່ ແລະ ເບີໂທ ແລະ ວັນເວລາຈະມາກວດ ພວກເຮົາຈະລົງທະບຽນໄວ້ ເພື່ອບໍ່ໃຫ້ເສຍເວລາລໍຖ້າ ໝາຍເຫດ ເງື່ອນໄຂຜູ້ຈະມາກວດ ຕ້ອງໄດ້ສັກຢາວັກຊີນຄົບ 2 ເຂັມ ແລະ ບໍ່ໄດ້ມີການໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ສຳລັບເບີຕິດຕໍ່ພົວພັນ 021 315324 020 983149590202054777781.
# ຂ່າວ & ພາບ : ສົມສະຫວັນ