ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມຄະນະ ໄປຢ້ຽມຢາມບໍລິສັດ ຫົວເຫວີຍລາວ ເພື່ອໃຫ້ຄຳຊີ້ນຳຕໍ່ການປະຕິບັດວຽກງານ ວັນທີ 16 ກໍລະກົດ 2021 ໂດຍທ່ານ ຫູ ເຫວີຍຫົວ ປະທານບໍລິສັດ ຫົວເຫວີຍລາວ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານຜົນການດຳເນີນທຸລະກິດຂອງບໍລິສັດ ຫົວເຫວີຍທົ່ວໂລກ ແລະ ຫົວເຫວີຍລາວ ເຜີຍແຜ່ວິໄສທັດກ່ຽວກັບການນຳເອົາ ICT ເປັນລຳດັບຄວາມສຳຄັນຂອງການສົ່ງເສີມດີຈີຕອນລາວ ລວມເຖິງ E-government Digital customer Digital tax Intelligent education ພ້ອມທັງຮັບຊົມຫ້ອງວາງສະແດງ Darwin Exhibition Hall Operational Commercial Case ແລະ ທີ່ຕັ້ງຢູ່ເມືອງເຊິນເຈິນ ສປ ຈີນ ຜ່ານລະບົບກອງປະຊຸມທາງໄກ.


ທ່ານ ຫູ ເຫວີຍຫົວ ໄດ້ສະແດງຄວາມຂອບໃຈທ່ານ ບໍ່ວຽງຄຳ ວົງດາລາ ທີ່ໃຫ້ການສະໜັບສະໜູນທຸລະກິດຂອງຫົວເຫວີຍໃນໄລຍະຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂອັນດີໃຫ້ບໍລິສັດ ຫົວເຫວີຍ ໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ມີຮາກຖານທີ່ດີ ແລະ ໝັ້ນຄົງໃນພາກພື້ນ ແລະ ສປປ ລາວ ບໍລິສັດ ຫົວເຫວີຍ ດໍາເນີນທຸລະກິດຢູ່ ສປປ ລາວ ເປັນເວລາ 20 ກວ່າປີແລ້ວ ແລະ ໃນອະນາຄົດ ຍັງຈະສືບຕໍ່ເພີ່ມທະວີການໃຫ້ຄວາມຮ່ວມມືກັບຜູ້ປະກອບການໃນລາວ ເພື່ອປັບປຸງຄຸນນະພາບເຄືອຂ່າຍ ແລະ ໃຫ້ບໍລິການສື່ສານທີ່ດີຂຶ້ນສຳລັບປະຊາຊົນລາວ ບໍລິສັດ ຫົວເຫວີຍຈະສະໜັບສະໜູນການປັບປຸງໂຄງສ້າງພື້ນຖານ ICT ແລະ ຍຸດທະສາດເສດຖະກິດດີຈີຕອນຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ລົງທຶນໃນການພັດທະນາຄວາມສາມາດດ້ານ ICT ໃຫ້ ສປປ ລາວ.

ໂອກາດນີ້ ທ່ານ ບໍ່ວຽງຄໍາ ວົງດາລາ ກໍໄດ້ສະແດງຄວາມຂອບໃຈບໍລິສັດຫົວເຫວີຍ ທີ່ເປັນເຈົ້າພາບງານໃນມື້ນີ້ ແລະ ໄດ້ປະກອບສ່ວນໃນການພັດທະນາອຸດສາຫະກຳໂທລະຄົມມະນາຄົມຂອງລາວ ພ້ອມທັງໄດ້ເນັ້ນວ່າ ການປ່ຽນແປງດ້ານດີຈີຕອນ ແລະ ການແກ້ໄຂບັນຫາ E-government ມີຄວາມສໍາຄັນຫຼາຍ ໂດຍສະເພາະກໍລະນີສຶກສາຂອງຈີນ ທີ່ວາງນະໂຍບາຍເພື່ອໃຫ້ ICT ໄດ້ຮັບຄວາມສໍາຄັນ ແລະ ລວມຢູ່ໃນວາລະແຫ່ງຊາດ ຫົວເຫວີຍເປັນຜູ້ໃຫ້ບໍລິການເຕັກໂນໂລຊີຊັ້ນແນວໜ້າຂອງໂລກ ທີ່ມີຄວາມຊ່ຽວຊານ ຄວາມຮູ້ ແລະ ປະສົບການຫຼວງຫຼາຍ ເນື່ອງຈາກຫົວເຫວີຍໃຫ້ບໍລິການຢູ່ລາວມາເປັນເວລາ 20 ກວ່າປີ ຕົນໝັ້ນໃຈວ່າ ວຽກງານຂອງຫົວເຫວີຍທີ່ມີສ່ວນຮ່ວມສະໜັບສະໜູນການພັດທະນາ ICT ຂອງລາວ ບໍ່ພຽງແຕ່ການພັດທະນາອຸດສາຫະກຳ ແຕ່ລວມເຖິງຊັບພະຍາກອນມະນຸດ ການພັດທະນາ ແລະ ການສ້າງວຽກງານທໍາໃຫ້ແຮງງານ ICT ທ້ອງຖິ່ນ ພ້ອມທັງຫວັງວ່າຫົວເຫວີຍຈະສືບຕໍ່ສະໜັບສະໜູນ ICT ແລະ ບໍລິສັດໃນທ້ອງຖິ່ນ ເພື່ອການເຕີບໂຕ ແລະ ປະສົບຜົນສຳເລັດໃນການປ່ຽນແປງໃຫ້ ສປປ ລາວ ຫັນເປັນເສດຖະກິດ ແລະ ສັງຄົມດີຈີຕອນ.

# ຂ່າວ & ພາບ : ສະບາໄພ