ທະນາຄານລາວ-ຫວຽດ ສະໜັບສະໜູນຕັ່ງຫີນໃຫ້ຫຼາຍພາກສ່ວນ

    ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ວາງຄາດໝາຍສະໜັບສະໜູນຕັ່ງຫີນປີ 2021 ໃຫ້ບັນດາສໍານັກງານ ໂຮງຮຽນ ໂຮງໝໍ ສະຖານທີ່ສາທາລະນະ ແຫຼ່ງທ່ອງທ່ຽວ ແລະ ອື່ນໆໃນທົ່ວນະຄອນຫຼວງວຽງຈັນທັງໝົດ 300 ກວ່າໜ່ວຍ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ປະຊາຊົນທີ່ມາໃຊ້ບໍລິການຢູ່ຈຸດດັ່ງກ່າວ ໃຫ້ໄດ້ມີບ່ອນນັ່ງລໍຖ້າ ຫຼື ພັກຜ່ອນຕາມອັດທະຍາໄສ. 

   ວັນທີ 14 ກໍລະກົດ 2021 ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ນໍາເອົາຕັ່ງຫີນ 20 ໜ່ວຍ ມອບໃຫ້ສະຖານີລົດໂດຍສານສາຍໃຕ້ ບ້ານສະພັງມຶກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີການຈັດວາງໄວ້ຢູ່ສອງຈຸດບ່ອນທາງເຂົ້າສະຖານີລົດໂດຍສານ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ປະຊາຊົນທີ່ມາຊື້ປີ້ລົດ ຮັບ-ສົ່ງພີ່ນ້ອງຢູ່ໃນບໍລິເວນຄິວລົດໂດຍສານສາຍໃຕ້ໃຫ້ມີບ່ອນນັ່ງລໍ້ຖ້າ ເປັນບ່ອນວາງເຄື່ອງຂອງ ຫຼືນັ່ງພັກຜ່ອນອື່ນໆ.

    ວັນທີ 15 ກໍລະກົດ 2021 ໄດ້ນໍາເອົາຕັ່ງຫີນ 20 ໜ່ວຍ ມອບໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອໃຫ້ປະຊາຊົນທີ່ມາຝາກທ້ອງ ເກີດລູກ ພົວພັນເອກະສານ ແລະ ສັກຢາອື່ນໆ ໄດ້ມີບ່ອນນັ່ງພັກຜ່ອນຢູ່ແຕ່ລະຈຸດສໍາຄັນພາຍໃນໂຮງໝໍ. 

    ວັນທີ 16 ກໍລະກົດ 2021 ໄດ້ນໍາເອົາຕັ່ງຫີນ 20 ໜ່ວຍ ມອບໃຫ້ສູນການຄ້າເວີເທຣດ ເຊັນເຕີ ຫຼື Parkson 20 ໜ່ວຍ ເພື່ອໃຫ້ລູກຄ້າທົ່ວໄປທີ່ເຂົ້າມາຊື້ເຄື່ອງພາຍໃນຫ້າງຮ້ານ ລູກຄ້າທີ່ມາທ່ອງທ່ຽວ ຫຼຶືຍ່າງອອກກໍາລັງກາຍຍາມແລງຢູ່ສະຖານທີ່ດັ່ງກ່າວໄດ້ມີບ່ອນນັ່ງພັກຜ່ອນຕາມອັດທະຍາໄສ. 

   ກ່າວມອບໂດຍທ່ານ ນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ກ່າວຮັບໂດຍທ່ານ ສຸກສະຫວາດ ສີສຸກ ຕາງໜ້າໃຫ້ກັບສະຖານີລົດໂດຍສານສາຍໃຕ້ ທ່ານ ດຣ ສຸວັນນະເຮືອງ ສົມບູນ ຜູ້ອໍານວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ທ່ານ ນາງ ມຸ່ຍ ຜູ້ຈັດການຝ່າຍຂາຍສູນການຄ້າເວີເທຣດ ເຊັນເຕີ.

  ທ່ານ ນາງ ແສງມະນີ ພິລາວົງ ໃຫ້ຮູ້ວ່າ: ສໍາລັບຕັ່ງຫີນທີ່ນໍາມາມອບໃຫ້ 3 ພາກສ່ວນຄັ້ງນີ້ ລວມທັງໝົດ 60 ໜ່ວຍ ທີ່ LaoVietBank ພວກເຮົາມີຄວາມຕັ້ງໃຈຢາກສະໜັບສະໜູນ ແລະ ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມໃນໄລຍະການປ້ອງກັນ ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19. 

    ປີ 2021 LaoVietBank ໄດ້ສະໜັບສະໜູນຕັ່ງຫີນໃຫ້ຫຼາຍພາກສ່ວນ ເປັນຕົ້ນ:ສະໜາມບິນສາກົນວັດໄຕ ໂຮງໝໍຮ່າໂນ້ຍ-ວຽງຈັນ ໂຮງຮຽນສອງພາສາຫວຽນຢູ ແລະ ອື່ນໆ ສ່ວນແຜນການໃນໃກ້ໆນີ້ ຍັງມີແຜນຈະມອບຕັ່ງຫີນໃຫ້ກັບສູນການຄ້າວຽງຈັນເຊັນເຕີ ສວນເຈົ້າອະນຸວົງ (ແຄມຂອງ) ຫໍພະແກ້ວ ວັດສີສະເກດ ຫໍຫຼັກເມືອງ ສະຖາບັນເສດຖະກິດການເງິນ ແລະ ສະຖານທີ່ອື່ນໆຕື່ມອີກ.    

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!