ພິທີມອບຮັບວັກຊີນ ຈອນສັນ & ຈອນສັນ ສັກຄັ້ງດຽວແລ້ວ ຈຳນວນ 1.008.000 ໂດສ ເພື່ອປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານ ແລະ ປະຊາຊົນສະຫະລັດອາເມຣິກາໃຫ້ແກ່ລາວ ໂດຍຜ່ານ COVAX Facility ຈັດຂຶ້ນວັນທີ 19 ກໍລະກົດ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ດຣ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ແລະ ກ່າວຮັບໂດຍທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ກ້າວ ຈຸນ ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ ທ່ານ ນາງ ບີອາເຕ ດາສເຕລ໌ ວ່າການແທນຜູ້ຕາງໜ້າອົງການອຸຍນິເຊັບປະຈໍາລາວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດສົ່ງວັກຊີນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການປະກອບສ່ວນຂອງອາເມຣິກາ ຕໍ່ຄວາມພະຍາຍາມຂອງທົ່ວໂລກທີ່ພວມດຳເນີນການຢ່າງຕໍ່ເນື່ອງ ເພື່ອຢຸດຕິການລະບາດຂອງພະຍາດ ແລະ ເປັນການສະໜັບສະໜູນເປົ້າໝາຍຂອງລາວໃນການສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021.

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ລັດຖະບານລາວຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນອາເມຣິກາ ໃຫ້ລັດຖະບານ ແລະ ປະຊາຊົນລາວ ເຊິ່ງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ ອັນໄດ້ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດຂອງພວກເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງອາເມຣິກາ ເເລະ ລາວ ຂ້າພະເຈົ້າເຊື່ອໝັ້ນວ່າ ການໄດ້ຮັບວັກຊີນຈອນສັນ & ຈອນສັນຂອງລາວຄັ້ງນີ້ ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ຢ່າງໜ້ອຍ 50% ຂອງປະຊາຊົນລາວພາຍໃນທ້າຍປີ 2021 ເຊິ່ງເປົ້າໝາຍຢາຊະນິດນີ້ ແມ່ນສັກໃຫ້ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ຜູ້ທີ່ເປັນພະຍາດ ພະນັກງານແພດໝໍທົ່ວປະເທດ ແລະ ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.

# ຂ່າວ & ພາບ : ສົມສະຫວັນ