ສູນທອນພົດຂອງຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ

ພາຍ​ໃຕ້​ຄຳ​ຂວັນ: “ນະ​ວັດ­ຕະ​ກຳ ເພື່ອ​ສ້າງ​ອະ­ນາ­ຄົດ​ສີ­ຂຽວ’’ ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຊັບ​ສິນ​ທາງ​ປັນ­ຍາ​ໂລກ 26 ເມ­ສາ 2020

    ທຸກໆ​ວັນ​ທີ 26 ເມ­ສາ ພວກ​ເຮົາ​ຈະ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຊັບ​ສິນ​ທາງ​ປັນ­ຍາ​ໂລກ ເພື່ອ​ເປັນ​ການ​ເຜີຍ­ແຜ່​ໃຫ້​ເຫັນ​ເຖິງ​ບົດ­ບາດ​ຂອງ​ສິດ​ຊັບ​ສິນ​ທາງ​ປັນ­ຍາ​ຕໍ່​ການ​ສົ່ງ­ເສີມ​ນະ​ວັດ­ຕະ​ກຳ ແລະ ຫົວ­ຄິດ​ປະ­ດິດ​ສ້າງ.

    ຄຳ​ຂວັນ​ຂອງ​ວັນ​ຊັບ​ສິນ​ທາງ​ປັນ­ຍາ​ໂລກ​ໃນ​ປີ 2020 ນີ້ ແມ່ນ​ການ​ນຳ​ເອົາ​ນະ​ວັດ­ຕະ​ກຳ ແລະ ສິດ​ຂອງ​ຊັບ​ສິນ​ທາງ​ປັນ­ຍາ ໃຫ້​ກາຍ­ເປັນ​ໝາກ​ຫົວ­ໃຈ​ໃນ​ການ​ຊຸກ­ຍູ້​ຄວາມ​ພະ­ຍາ­ຍາມ​ເພື່ອ​ສ້າງ​ອະ­ນາ­ຄົດ​ສີ­ຂຽວ ເນື່ອງ​ຈາກ​ວ່າ­ການ​ຕັດ­ສິນ​ໃຈ​ຂອງ​ພວກ​ເຮົາ​ໃນ​ມື້­ນີ້​ຈະ​ເປັນ​ການ​ກຳ­ນົດ​ອະ­ນາ­ຄົດ​ຂອງ​ພວກ​ເຮົາ ໂລກ​ເປັນ​ບ້ານ​ທີ່​ພວກ​ເຮົາ​ອາ­ໄສ​ຢູ່ ສະ­ນັ້ນ ພວກ​ເຮົາ​ຕ້ອງ​ຊ່ວຍ​ກັນ​ເບິ່ງ­ແຍງ ແລະ ຮັກ­ສາ​ໂລກ​ໜ່ວຍ​ນີ້.

    ຄຳ​ຂວັນ​ຂອງ​ວັນ​ຊັບ​ສິນ​ທາງ​ປັນ­ຍາ​ໂລກ​ໃນ​ປີ​ນີ້ ຍັງ​ເປັນ​ການ​ສັນ­ລະ­ເສີນ​ໃຫ້​ແກ່​ຜູ້​ສ້າງ​ນະ​ວັດ­ຕະ​ກຳ ແລະ ຜູ້​ສ້າງ­ສັນ​ຜົນ­ງານ​ທີ່​ດີ­ເດັ່ນ​ໃນ​ທົ່ວ​ໂລກ ໃນ​ການ​ຮ່ວມ​ກັນ​ສ້າງ​ອະ­ນາ­ຄົດ​ສີ­ຂຽວ ທຸກ​ຄົນ​ໃນ​ສັງ­ຄົມ ທັງ​ເພດ​ຍິງ ເພດ​ຊາຍ ແລະ ໄວ​ໜຸ່ມ​ທີ່​ກຳ­ລັງ​ຊອກ​ຫາ​ທາງ​ເລືອກ​ທີ່​ດີ ສະ­ອາດ​ກວ່າ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຊື້ອ​ໄຟ​ຟອດ​ຊີວ​ແບບ​ດັ້ງ­ເດີມ ລະ­ບົບ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ອາ­ຫານ​ທີ່​ຍືນ​ຍົງ​ກວ່າ ແລະ ຜູ້​ທີ່​ນຳ​ໃຊ້​ລະ­ບົບ​ຊັບ​ສິນ​ທາງ​ປັນ­ຍາ​ເຂົ້າ​ໃນ​ການ​ຜະ­ລິດ​ຂອງ​ຕົນ ເພື່ອ​ນຳ​ເອົາ ແລະ ນຳ​ໃຊ້​ເຂົ້າ​ໃນ​ສັງ­ຄົມ.

    ພວກ​ເຮົາ​ກຳ­ລັງ​ຊອກ​ຫາ​ວິ­ທີ​ເຮັດ​ໃຫ້​ລະ­ບົບ​ຊັບ​ສິນ​ທາງ​ປັນ­ຍາ​ມີ​ຄວາມ​ສົມ​ດຸນ ແລະ ເຂັ້ມ­ແຂງ ເພື່ອ​ສົ່ງ­ເສີມ​ການ​ຂະ­ຫຍາຍ­ຕົວ​ຂອງ ເສດ­ຖະ­ກິດ​ສີ­ຂຽວ ທີ່​ຮັກ­ສາ ແລະ ບໍ່​ທຳ­ລາຍ​ລະ­ບົບ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຂອງ​ໂລກ.

    ພວກ​ເຮົາ​ຊອກ​ຫາ​ວິ­ທີ​ການ​ນຳ​ໃຊ້​ລະ­ບົບ​ສິດ­ທິ​ບັດ ເພື່ອ​ສົ່ງ­ເສີມ​ການ​ປ່ຽນ­ແປງ​ໃໝ່​ໃນ​ການ​ພັດ­ທະ­ນາ ແລະ ການ​ເຜີຍ­ແຜ່​ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ເພື່ອ​ເຂົ້າ​ຊ່ວຍ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ແລະ ສ້າງ​ອະ­ນາ­ຄົດ​ສີ­ຂຽວ.

    ການ​ຄິດ​ຄົ້ນ​ໃນ​ການ​ອອກ​ແບບ ແລະ ສິດ​ໃນ​ການ​ປົກ​ປ້ອງ​ແບບ​ລວມ​ເຂົ້າ­ກັນ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ນຳ​ໃຊ້​ຊັບ​ພະ­ຍາ ກອນ​ທຳ​ມະ​ຊາດ​ຢ່າງ​ຄຸ້ມ​ຄ່າ ແລະ ຊ່ວຍ​ໃຫ້​ນັກ​ອອກ​ແບບ​ສາ­ມາດ​ນຳ​ໃຊ້​ເວ­ລາ ແລະ ຄວາມ​ສາ­ມາດ​ຂອງ​ເຂົາ­ເຈົ້າ​ເຂົ້າ​ໃນ​ການ​ສ້າງ ຜະ­ລິດ​ຕະ​ພັນ​ທີ່​ເປັນ​ປະ­ໂຫຍດ ໜ້າ​ສົນ­ໃຈ ແລະ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ​ໃຫ້​ແກ່​ຜູ້​ບໍ­ລິ­ໂພກ.

    ພວກ​ເຮົາ​ພິ­ຈາ­ລະ­ນາ​ຊອກ​ຫາ​ວິ­ທີ​ການ​ນຳ​ໃຊ້​ເຄື່ອງ­ໝາຍ​ການ​ຄ້າ ແລະ ການ​ບົ່ງ​ຊີ້​ຕ່າງໆ ເພື່ອ​ຊ່ວຍ​ຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ ແລະ ຈະ­ເລີນ​ເຕີບ​ໂຕ​ຂອງ​ທຸ­ລະ​ກິດ​ທີ່​ມີ​ພື້ນ­ຖານ​ໃນ​ການ​ຮັກ­ສາ​ສິ່ງ­ແວ­ດລ້ອມ ເພື່ອ​ສົ່ງ­ເສີມ​ພວກ​ເຂົາ​ໃຫ້​ສາ­ມາດ​ຜະ­ລິດ​ສິນ­ຄ້າ ແລະ ການ​ບໍ­ລິ­ການ​ທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ​ໃຫ້​ຫຼາຍ​ຂຶ້ນ.

    ພວກ​ເຮົາ​ເຫັນ​ວ່າ​ສິດ­ທິ​ຕ່າງໆ ເຊັ່ນ: ການ​ພັດ­ທະ­ນາ​ສິນ­ຄ້າ​ຖິ່ນ​ກຳ​ເນິດ ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ແລະ ສິດ​ຂອງ​ນັກ​ປັບ­ປຸງ​ພັນ​ພືດ​ໃໝ່ ຊ່ວຍ​ເປັນ​ກຳ­ລັງ​ແຮງ​ທີ່​ສຳ­ຄັນ​ໃນ​ການ​ສົ່ງ­ເສີມ​ພັດ­ທະ­ນາ​ພືດ​ໃຫ້​ທົນ​ທານ​ຫຼາຍ​ຂຶ້ນ ເພື່ອ​ຮອງ​ຮັບ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ​ຂອງ​ໂລກ.

    ພວກ​ເຮົາ​ຍັງ​ສັງ­ເກດ​ເຫັນ​ວ່າ ນັກ​ປະ­ດິດ​ຄິດ​ແຕ່ງ​ຜູ້​ທີ່​ນຳ​ໃຊ້​ລະ­ບົບ​ຂອງ​ລິ​ຂະ​ສິດ ສາ­ມາດ​ຫາ​ລ້ຽງ​ຊີບ​ໄດ້​ຈາກ​ຜົນ­ງານ​ຂອງ​ພວກ​ເຂົາ ຊຶ່ງ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ສ້າງ​ວິ­ໄສ​ທັດ​ແຫ່ງ​ອາ­ນາ​ຄົດ​ສີ­ຂຽວ ແລະ ຜົນ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ​ທີ່​ບໍ່​ສາ­ມາດ​ພັນ​ລະ​ນາ ແລະ ນັບ​ໄດ້.

    ດັ່ງ​ຄຳ​ເວົ້າ​ຂອງ ທ່ານ ໄອ​ສ​ຕາຍ (Einstein) ໄດ້​ກ່າວ​ໄວ້​ວ່າ: ພວກ​ເຮົາ​ບໍ່​ສາ­ມາດ​ເຮັດ​ສິ່ງ​ດຽວ​ຊ້ຳ​ໄປ​ຊ້ຳ​ມາ ແລະ ຄາດ​ຫວັງ​ໃຫ້​ໄດ້­ຜົນ​ຮັບ​ທີ່​ແຕກ​ຕ່າງ​ກັນ​ໄດ້ ຖ້າ​ພວກ​ເຮົາ​ຕ້ອງ­ການ​ຜົນ​ຮັບ​ທີ່​ແຕກ​ຕ່າງ ພວກ​ເຮົາ​ຕ້ອງ​ມີ​ນະ​ວັດ­ຕະ​ກຳ​ໃນ​ວິ­ທີ​ການ​ຄິດ ຂະ​ບວນ​ການ​ຜະ­ລິດ ແລະ ຮູບ​ແບບ​ທຸ­ລະ​ກິດ​ຂອງ​ພວກ​ເຮົາ ພວກ​ເຮົາ​ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ທາງ​ເລືອກ​ທີ່​ພວກ​ເຮົາ​ເລືອກ​ໃນ​ທຸກໆ​ມື້ ຜະ­ລິດ​ຕະ​ພັນ​ທີ່​ພວກ​ເຮົາ​ຊື້ ການ​ວິ­ໄຈ​ທີ່​ເຮົາ​ໃຫ້​ທຶນ​ສະ­ໜັບ­ສະ­ໜູນ ບໍ­ລິ­ສັດ​ທີ່​ເຮົາ​ສະ­ໜັບ­ສະ­ໜູນ ນະ­ໂຍ­ບາຍ ແລະ ກົດ­ໝາຍ​ທີ່​ເຮົາ​ສ້າງ ຈະ​ເປັນ​ໂຕ​ກຳ­ນົດ​ອະ­ນາ­ຄົດ​ສີ­ຂຽວ​ຂອງ​ພວກ​ເຮົາ. ດ້ວຍ​ນະ​ວັດ­ຕະ​ກຳ​ແຫ່ງ​ຫົວ­ຄິດ​ປະ­ດິດ​ສ້າງ ແລະ ຍຸດ​ທະ​ສາດ​ການ​ນຳ​ໃຊ້​ສິດ​ຂອງ​ຊັບ​ສິນ​ທາງ​ປັນ­ຍາ ກໍ​ສາ­ມາດ​ເອື້ອມ​ມື​ເຖິງ​ອະ­ນາ­ຄົດ​ທີ່​ຍືນ​ຍົງ ເຂົ້າ​ມາ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ການ​ຄົ້ນ​ຫາ​ບົດ­ບາດ​ຂອງ​ນະ​ວັດ­ຕະ​ກຳ ແລະ ສິດ​ຂອງ​ຊັບ​ສິນ​ທາງ​ປັນ­ຍາ​ໃນ​ການ​ເປີດ​ເສັ້ນ­ທາງ​ສູ່​ອະ­ນາ­ຄົດ​ສີ­ຂຽວ ແບ່ງ­ປັນ​ນະ​ວັດ­ຕະ​ກຳ​ສີ­ຂຽວ​ທີ່​ທ່ານ​ມັກ ແລະ ບອກ​ພວກ​ເຮົາ​ວ່າ​ທ່ານ​ຈະ​ສົ່ງ­ເສີມ​ຄວາມ​ສາ­ມາດ​ສີ­ຂຽວ​ຂອງ​ທ່ານ​ຄື​ແນວ­ໃດ.

error: Content is protected !!