ເບຍລາວ ມອບເງິນມູນຄ່າ 300 ລ້ານກີບໃຫ້ແຂວງພາກໃຕ້

       ເພື່ອນໍາໄປຈັດຫາຕຽງນອນ ແລະ ອຸປະກອນການແພດຈໍາ ນວນໜຶ່ງ ໃຫ້ສູນຈໍາກັດບໍລິເວນ ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ 19.

      ພິທີມອບ-ຮັບທຶນຊ່ວຍເຫຼືອ ດັ່ງກ່າວ ຈັດຂຶ້ນໃນວັນທີ 19 ກໍລະ ກົດ 2021 ທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ.   

    ເປັນກຽດມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິ ສັດ ເບຍລາວ ຈໍາກັດພ້ອມດ້ວຍ ຄະນະ ແລະ ຮັບໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດ ຖະມົນຕີກະຊວງສາທາລະນະສຸກ.

      ບໍລິສັດ ເບຍລາວ ຈໍາກັດ ໄດ້ກາຍເປັນບໍລິສັດໜຶ່ງທີ່ຢູ່ຄຽງ ຂ້າງໃນການປະຕິບັດວຽກງານ ຊ່ວຍເຫຼືອດ້ານການສະກັດກັ້ນພະຍາດໂຄວິດ-19 ແລະ ຜ່ານມາ ໄດ້ປະກອບສ່ວນ ເຖີງ 2.5 ຕື້ກີບ.

error: Content is protected !!