ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ພ້ອມຄະນະ ໄດ້ຕາງໜ້າໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ ຮັບເອົາເຄື່ອງຊ່ວຍເຫຼືອອຸປະກອນການແພດຈາກອໍານາດການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 19 ກໍລະກົດ 2021 ທີ່ອົງການປົກຄອງນະຄອນຫຼວງວຽງຈັນ ເຊິ່ງປະກອບມີ ນໍ້າຢາກວດຫາເຊື້ອໂຄວິດ-19 (PCR) ຈໍານວນ 5.040 ຊຸດ ຊາກິນປິ່ນປົວໂຄວິດ-19 ຈໍານວນ 600 ຖົງ ແລະ ຊາກິນ Tsenpi Tsaoko ຈໍານວນ 480 ກັບ ລວມມູນຄ່າ 30.911,19 ໂດລາສະຫະລັດ.


ນອກຈາກນີ້ ຍັງໄດ້ຮັບເອົາເຄື່ອງຊ່ວຍເຫຼືອອຸປະກອນການແພດຈາກອໍານາດການປົກຄອງນະຄອນໜານໜິງ ແຂວງ ກວາງຊີ ສປ ຈີນ ປະກອບມີ ຜ້າອັດປາກ-ອັດດັງ ນໍາໃຊ້ທົ່ວໄປຈໍານວນ 20.000 ແຜ່ນ ແລະ ແວ່ນຕາປ້ອງກັນພະຍາດ 200 ອັນ ລວມມູນຄ່າ 2.400 ໂດລາສະຫະລັດ.
# ຂ່າວ & ພາບ: ຂັນທະວີ