ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 31 ຈັດຂຶ້ນວັນທີ 24 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງ ສະມາຊິກອົງການປົກຄອງນະຄອນຫຼວງວຽງຕັນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ບັນດາສະມາຊິກອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ພ້ອມນັ້ນ ກໍໄດ້ພ້ອມກັນພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2020 ຂອງອົງການປົກຄອງນະຄອນຫຼວງວຽງຈັນ ພິຈາລະນາໃຫ້ທິດຊີ້ນຳກ່ຽວກັບການເກັບລາຍຮັບປະຈຳໄຕມາດ 1 ແລະ ແຜນໄຕມາດ 2 ຂອງນະຄອນຫຼວງວຽງຈັນ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແລະ ຕີລາຄາຜົນກະທົບທາງເສດຖະກິດຂອງນະຄອນຫຼວງວຽງຈັນ ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບແຜນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ 2020 ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບໂຄງປະກອບລາຄາເຂົ້າກິນຢູ່ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບຜົນການກວດກາ ແລະ ເກັບກຳຂໍ້ມູນທີ່ດິນ 157 ຕອນໃນເຂດສະຫງວນທາງ 450 ປີ ທີ່ບໍ່ຍອມຮັບເອົາຄ່າຊົດເຊີຍ (ໄລຍະທີ 1).


