ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ຫົວໜ້າກອງເລຂາ ແລະ ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຮ່ວມກັນຖະແຫຼງຂ່າວປະຈຳວັນທີ 19 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ແລະ ການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 20 ກໍລະກົດ-3 ສິງ ຫາ 2021.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວວ່າ: ໃນວັນທີ 18 ກໍລະກົດ 2021 ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.119 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 114 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງບໍລິຄຳໄຊ 1 ຄົນ ຄຳມ່ວນ 2 ຄົນ ສະຫວັນນະເຂດ 65 ຄົນ ແລະ ແຂວງຈຳປາສັກ 43 ຄົນ ສຳລັບກໍລະນີນຳເຂົ້າ ມີຈຳນວນ 114 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງບໍລິຄຳໄຊ 1 ຄົນ ຄຳມ່ວນ 2 ຄົນ ສະຫວັນນະເຂດ 65 ຄົນ ແລະ ແຂວງຈຳປາສັກ 43 ຄົນ ທັງໝົດນີ້ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆໂດຍຖືກຕ້ອງຕາມກົດໝາຍ ສ່ວນກໍລະນີຕິດເຊື້ອໃນຊຸມຊົນແມ່ນບໍ່ມີ.

ປັດຈຸບັນ ທົ່ວປະເທດມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 3.540 ຄົນ (ກວດພົບຜູ້ຕິດເຊື້ອໃໝ່ 114 ຄົນ) ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ 1.224 ຄົນ ມາຮອດປັດຈຸບັນ ຈຳນວນບ້ານແດງ ແລະ ບ້ານເຫຼືອງຢູ່ໃນນະຄອນຫຼວງວຽງຈັນແມ່ນບໍ່ມີ.

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 191.187.254 ຄົນ (ໃໜ່ 432.931 ຄົນ) ເສຍຊີວິດສະສົມ 4.105.260 ຄົນ (ໃໝ່ 6.583 ຄົນ) ແລະ ປີ່ນປົວຫາຍດີ 174.145.407 ຄົນ (ໃໝ່ 330.363 ຄົນ).
# ຂ່າວ & ພາບ: ຊິລິການດາ