ເຖິງແມ່ນວ່າ ສປປ ລາວ ເລີ່ມມີກໍລະນີພະຍາດໂຄວິດ-19 ໃນເດືອນທີ່ຜ່ານມາກໍຕາມ ກະຊວງສາທາລະນະສຸກຈະສືບຕໍ່ໃຫ້ບໍລິການດ້ານສາທາລະນະສຸກທີ່ສຳຄັນ ໂດຍສະເພາະແມ່ນການສັກວັກຊີນກັນພະຍາດ. ຂໍ້ມູນນີ້ ໄດ້ຮັບຮອງຈາກກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ເພື່ອແຈ້ງມື້ເລີ່ມຕົ້ນຂອງສັບປະດາສັກວັກຊີນກັນພະຍາດສາກົນ.

ທ່ານ ດຣ ປະນອມ ໄຊຍະມຸງຄູນ ຮັກສາການຫົວໜ້າສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ກ່າວວ່າ “ເດັກເກີດໃໝ່ ແລະ ເດັກນ້ອຍທຸກຄົນຢູ່ ສປປ ລາວ ມີສິດທີ່ຈະມີສຸຂະພາບທີ່ແຂງແຮງ ປາສະຈາກພະຍາດ ໂດຍການຮັບວັກຊີນ. ເຖິງແມ່ນວ່າ ຈະມີການຄົ້ນພົບກໍລະນີພະຍາດໂຄວິດ-19 ໃນປະເທດຂອງພວກເຮົາແລ້ວກໍຕາມ ບາງພະຍາດ ເຊັ່ນວ່າ ພະຍາດໝາກແດງ ພະຍາດໄອໄກ່ ພະຍາດຄໍຕີບ ແລະ ພະຍາດອື່ນໆທີ່ກັນໄດ້ດ້ວຍການໃຫ້ວັກຊີນ ກໍຍັງບໍ່ໝົດໄປຈາກປະເທດເຮົາ ພະຍາດເຫຼົ່ານີ້ ຍັງຈະສາມາດສ້າງຄວາມເສຍຫາຍ ຫຼືທຳຮ້າຍຊີວິດຂອງລູກຫຼານພວກເຮົາໄດ້ ຖ້າວ່າພວກເຂົາບໍ່ໄດ້ສັກວັກຊີນກັນພະຍາດໃຫ້ພວກເຂົາ”.
“ໃນໄລຍະສອງຮຸ່ນຄົນກ່ອນ ພະຍາດໝາກແດງ ພະຍາດໄອໄກ່ ພະຍາດຄໍຕີບ ແລະ ພະຍາດອື່ນໆ ທີ່ກັນໄດ້ດ້ວຍການໃຫ້ວັກຊີນ ໄດ້ທຳລາຍຊີວິດຂອງປະຊາຊົນທົ່ວປະເທດລາວ. ໃນປີ 1990 ເດັກນ້ອຍປະມານ 165 ຄົນ ໄດ້ເສຍຊີວິດຈາກພະຍາດໝາກແດງ ແລະ ຍັງມີຫຼາຍໆຄົນທີ່ເສຍຊີວິດຍ້ອນພະຍາດອື່ນໆ. ປັດຈຸບັນນີ້ ພະຍາດເຫຼົ່ານີ້ຂ້ອນຂ້າງມີໜ້ອຍລົງ ແຕ່ວ່າພວກເຮົາຍັງມີຄວາມສ່ຽງທີ່ຈະສູນເສຍຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນໄລຍະທີ່ຜ່ານມາ ການສັກວັກຊີນກັນພະຍາດໃຫ້ຄົບຕາມກຳນົດ ສາມາດປ້ອງກັນທຸກຄົນຈາກພະຍາດທີ່ສາມາດປ້ອງກັນໄດ້” ກ່າວໂດຍ ທ່ານ ດຣ ຮາເວີດ ໂຊເບລ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.
“ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ກະຊວງສາທາລະນະສຸກ ໂຄງການວັກຊີນກັນພະຍາດແຫ່ງຊາດ ແລະ ພະນັກງານແພດແນວໜ້າ ທີ່ໄດ້ສືບຕໍ່ໃຫ້ວັກຊີນກັນພະຍາດເພື່ອຮັກສາຊີວິດ ທ່າມກາງສະພາບຄວາມຫຍຸ້ງຍາກໃນເວລານີ້.”
ສັບປະດາສັກວັກຊີນກັນພະຍາດສາກົນ ແມ່ນວັນທີ 24-30 ເມສາຂອງທຸກໆປີ ສັບປະດາດັ່ງກ່າວ ແມ່ນມີຄວາມສຳຄັນທີ່ຈະປຸກລະດົມຊຸມຊົນໃຫ້ຮູ້ກ່ຽວກັບວັກຊີນກັນພະຍາດ ເຊິ່ງເປັນໜຶ່ງໃນວຽກງານດ້ານສາທາລະນະສຸກທີ່ລາຄາຖືກ ແລະ ມີປະສິດທິພາບທີ່ສຸດ ແລະ ສັບປະດາດັ່ງກ່າວ ຍັງສົ່ງເສີມການນຳໃຊ້ວັກຊີນກັນພະຍາດ ເພື່ອປ້ອງກັນທຸກຄົນ ທຸກເພດ ທຸກໄວ ຈາກການເປັນພະຍາດ. ທ່າມກາງການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຂະບວນການໂຄສະນາກ່ຽວກັບສັບປະດາວັກຊີນກັນພະຍາດສາກົນໃນປີນີ້ ໄດ້ສຸມໃສ່ເນັ້ນໜັກຄວາມຈຳເປັນທີ່ຈະຕ້ອງໄດ້ສືບຕໍ່ວຽກງານໃຫ້ວັກຊີນກັນພະຍາດໃນໄລຍະການລະບາດ ແລະ ສ້າງຄວາມເຂັ້ມແຂງໃນກິດຈະກຳໃຫ້ວັກຊີນກັນພະຍາດໄວທີ່ສຸດ ຫຼັງຈາກມາດຕະການຮັກສາໄລຍະຫ່າງໃນສັງຄົມຖືກຍົກເລີກ.
ຄຳຂວັນໃນປີນີ້ແມ່ນ “ວັກຊີນໄດ້ຜົນ ກັນພະຍາດໃຫ້ທຸກຄົນໄດ້” ເຊິ່ງມີເປົ້າໝາຍເພື່ອເນັ້ນໜັກວ່າ ວັກຊີນກັນພະຍາດແມ່ນມີປະສິດທິພາບໃນການປ້ອງກັນທຸກຄົນ ຈາກພະຍາດທີ່ສາມາດປ້ອງກັນໄດ້ ບໍ່ສະເພາະແຕ່ເດັກນ້ອຍເທົ່ານັ້ນ ແຕ່ຍັງລວມໄປເຖິງໄວໜຸ່ມສາວ ຜູ້ໃຫຍ່ ແລະ ຜູ້ສູງອາຍຸ. ເປົ້າໝາຍລວມກໍເພື່ອໃຫ້ທຸກຄົນໃນຊຸມຊົນໄດ້ຮັບຜົນປະໂຫຍດຈາກວັກຊີນກັນພະຍາດ.
ທ່າມກາງການລະບາດຂອງພະຍາດໂຄວິດ-19 ນີ້ ສະຖານທີ່ບໍລິການດ້ານສຸຂະພາບຂອງລາວ ກໍຍັງສືບຕໍ່ໃຫ້ບໍລິການວັກຊີນກັນພະຍາດແກ່ຊຸມຊົນ. ເພື່ອຮັບປະກັນຄວາມປອດໄພຂອງພະນັກງານສາທາລະນະສຸກ ແລະ ຊຸມຊົນ ຈາກພະຍາດໂຄວິດ-19 ໃນລະຫວ່າງການໃຫ້ບໍລິການວັກຊີນກັນພະຍາດ ມາດຕະການຮັກສາໄລຍະຫ່າງໃນສັງຄົມ ການອະນາໄມມື ແລະ ການໃຊ້ອຸປະກອນປ້ອງກັນ ໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ເພາະສະນັ້ນ ຜູ້ທີ່ເປັນພໍ່ແມ່ ບໍ່ຕ້ອງກັງວົນວ່າຈະຕິດພະຍາດໂຄວິດ-19 ໃນລະຫວ່າງພາລູກຫຼານໄປຮັບວັກຊີນກັນພະຍາດ. ພໍ່ແມ່ຕ້ອງໄດ້ໝັ້ນໃຈວ່າລູກນ້ອຍເກີດໃໝ່ ແລະ ລູກຫຼານຂອງຕົນໄດ້ຮັບວັກຊີນກັນພະຍາດ.
ຕົ້ນປີນີ້ ວັກຊີນກັນມະເຮັງປາກມົດລູກ ເຊິ່ງເປັນວັກຊີນປ້ອງກັນເດັກຍິງຈາກການເປັນພະຍາດມະເຮັງປາກມົດລູກ ເມື່ອພວກເຂົາເຕີບໃຫຍ່ເປັນແມ່ຍິງເຕັມໂຕ ແມ່ນໄດ້ຮັບການບັນຈຸເຂົ້າໃນຕາຕະລາງວັກຊີນກັນພະຍາດແຫ່ງຊາດ. ຜົນທີ່ໄດ້ຮັບກໍຄື ເດັກຍິງຈຳນວນປະມານ 360,000 ຄົນທີ່ມີອາຍຸ 10-14 ປີ ໂດຍບໍ່ຈຳແນກສະຖານະການເຂົ້າຮຽນ ແມ່ນໄດ້ຮັບການປ້ອງກັນຈາກພະຍາດມະເຮັງປາກມົດລູກ ໂດຍວັກຊີນທີ່ກ່າວມານັ້ນ. ວັກຊີນກັນພະຍາດດັ່ງກ່າວແມ່ນໄດ້ຮັບການສະໜອງທຶນຈາກອົງການ ກາວີ -ພັນທະມິດວັກຊີນ ແລະ ລັດຖະບານແຫ່ງ ສປປ ລາວ. ອົງການອະນາໄມໂລກ ອົງການຢູນີເຊບ ພ້ອມກັບຄູ່ຮ່ວມພັດທະນາອື່ນໆ ໄດ້ໃຫ້ການສະໜັບສະໜຸນກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ.
ໃນຂະນະທີ່ວຽກງານໃຫ້ບໍລິການວັກຊີນກັນພະຍາດກຳລັງມີບາດກ້າວທີ່ດີ ຄວາມຕ້ອງການໃນການຮັບວັກຊີນກັນພະຍາດຍັງຕ່ຳ ໃນບາງເຂດຂອງ ສປປ ລາວ ໂດຍສະເພາະໃນເຂດທີ່ມີຊຸມຊົນທີ່ເປັນກຸ່ມຊົນເຜົ່າ ແລະ ເຂດຫ່າງໄກສອກຫຼີກ ເຊິ່ງຄວາມຮັບຮູ້ຕໍ່ກັບຜົນປະໂຫຍດຂອງການວັກຊີນກັນພະຍາດຍັງຕ່ຳ. ເພື່ອແນໃສ່ເພີ່ມຈຳນວນການຮັບວັກຊີນກັນພະຍາດໃນເມືອງທີ່ມີຈຳນວນການສັກວັກຊີນກັນພະຍາດຍັງຕ່ຳ ອົງການອະນາໄມໂລກກຳລັງເຮັດວຽກຢ່າງໃກ້ຊິດກັບສະຖານທີ່ບໍລິການດ້ານສຸຂະພາບ ຜູ້ນຳບ້ານ ແລະ ອາສາສະໝັກສຸຂະພາບບ້ານ. ໂດຍການຮ່ວມມືກັນ ພວກເຮົາຈະສາມາດເຜີຍແຜ່ຂໍ້ມູນທີ່ວ່າ “ວັກຊີນໄດ້ຜົນ ກັນພະຍາດໃຫ້ທຸກຄົນໄດ້ຢາກັນພະຍາດ ກັນໄດ້ທຸກຄົນ” ແລະ ສະໜອງໂອກາດຢ່າງເທົ່າທຽມ ໃນການເຂົ້າເຖິງວັກຊີນກັນພະຍາດ ເຖິງແມ່ນວ່າຈະມີການລະບາດຂອງພະຍາດໂຄວິດ-19 ກໍຕາມ.