ວັນທີ 16 ກໍລະກົດ 2021 ທີ່ກະຊວງພາຍໃນ ສະມາຄົມເສດຖະກິດ ແລະ ວັດທະນະທຳລາວ-ຈີນມອບເຄື່ອງຊ່ວຍເຫຼືອໃຫ້ກະຊວງພາຍໃນ ກ່າວມອບໂດຍທ່ານນາງ ແຂວະດີ ວົງສຸທິ ປະທານສະມາຄົມເສດຖະກິດ ແລະ ວັດທະນະທຳລາວ-ຈີນ ກ່າວຮັບໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີພະນັກກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຄັ້ງນີ້ ມີຜ້າອັດປາກເພື່ອນຳໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຈຳນວນ 20.000 ແຜ່ນ ມູນຄ່າ 29 ລ້ານກວ່າກີບ ໂອກາດນີ້ ທ່ານ ທອງຈັນ ມະນີໄຊ ໄດ້ສະແດງຄວາມຂອບໃຈມາຍັງທ່ານນາງ ແຂວະດີ ວົງສຸທິ ທີ່ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍສຸຂະພາບຂອງພະນັກງານກະຊວງພາຍໃນ ໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດໃນທົ່ວໂລກ ກໍຄືປະເທດລາວ ເຊິ່ງການມອບເຄື່ອງຄັ້ງນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງພາກສ່ວນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
.
# ພາບ – ຂ່າວ: ອົ່ນ ໄຟສົມທອງ