ວັນທີ 13 ກໍລະກົດ 2021 ທີ່ໂຮງໝໍແຂວງສາລະວັນ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ໄດ້ມອບເຄື່ອງຊ່ວຍຫາຍໃຈຊະນິດແຮງດັນບວກແບບຕໍ່ເນື່ອງ (CPAP) 2 ເຄື່ອງ ມູນຄ່າ 492.000 ບາດ (ສະກຸນເງິນໄທ) ຫຼືປະມານ 143 ລ້ານກີບ ໃຫ້ໂຮງໝໍແຂວງສາລະວັນ ກ່າວຮັບໂດຍທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເຊິ່ງມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຮງໝໍແຂວງສາລະວັນ ຈະນຳເຄື່ອງ CPAP ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ໄປປິ່ນປົວ ແລະ ຊ່ວຍ ເຫຼືອເດັກນ້ອຍເກີດໃໝ່ທີ່ມີບັນຫາທາງລະບົບຫາຍໃຈ ເພື່ອຫຼຸດອັດຕາການເສຍຊີວິດຂອງເດັກນ້ອຍເກີດໃໝ່ຢູ່ແຂວງສາລະວັນໃຫ້ຫຼຸດລົງ .

ໃນວັນດຽວກັນ ສະຖານກົງສຸນໃຫຍ່ໄທ ຍັງໄດ້ນໍາອາຫານ ແລະ ເຄື່ອງດື່ມຈໍານວນໜຶ່ງໄປຮ່ວມສະໜັບສະໜູນການປະຕິບັດວຽກງານຂອງແພດ ພະຍາບານ ແລະ ອາສາສະໝັກທີ່ປະຕິບັດໜ້າທີ່ຢູ່ໂຮງໝໍແຂວງສາລະວັນ ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ແກ່ບຸຄະລາກອນທາງການແພດໃນໄລຍະການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສະແດງໃຫ້ເຫັນເຖິງຄວາມສຳພັນທີ່ດີລະຫວ່າງໄທ-ລາວ ໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.
# ພາບ – ຂ່າວ: ລັດເວລາ