ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການເຂົ້າເຖິງການສຶກສາຮຽນຮ່ວມ ສຳລັບເດັກທີ່ມີຄວາມບົກຜ່ອງສະຕິປັນຍາຢູ່ແຂວງຫົວພັນ ແລະ ແຂວງຈຳປາສັກ ລະຫວ່າງກະຊວງສຶກສາທິການ ແລະ ກີລາ ຕາງໜ້າໂດຍກົມພົວພັນຕ່າງປະເທດ ຮ່ວມກັນອົງການເພື່ອມະນຸດສະທຳ ແລະການມີສ່ວນຮ່ວມປະຈຳລາວ ສະໜັບສະໜູນທຶນໂດຍສະຫະພາບເອີຣົບ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ຈັດຂຶ້ນວັນທີ 16 ກໍລະກົດ 2021 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນຕ່າງປະເທດ ແລະ ທ່ານ ເຣເນຍຣ ຄາຣາໄບ ຜູ້ຈັດການຝ່າຍການ ປະຕິບັດງານປະຈຳລາວ ມີບັນດາຮອງຫົວໜ້າກົມ ອຳນວຍການສູນ ຫົວໜ້າພະແນກສຶກສາທິການ ແລະກີລາ ຫົວໜ້າພະແນກການຕ່າງປະເທດແຂວງຫົວພັນ ແຂວງຈຳປາສັກ ແລະ ພາກສ່ວນທີາກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ສຳລັບໂຄງການຈັດຕັ້ງປະຕິບັດຢູ່ເມືອງວຽງໄຊ ເມືອງຊຳເໜືອ ແຂວງຫົວພັນ ແລະ ເມືອງບາຈຽງຈະເລີນສຸກ ນະຄອນປາກເຊ ແຂວງຈຳປາສັກ ເລີ່ມປະຕິບັດນັບແຕ່ນີ້ຫາປີ 2024 ໂຄງການມີງົບປະມານ 1.488.000 ໂດລາສະຫະລັດ ໃນນັ້ນ ສະຫະພາບເອີຣົບ 1.116.000 ໂດລາ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ 372.000 ໂດລາ ຈຸດປະສົງຂອງໂຄງການສົ່ງເສີມການເຂົ້າເຖິງການສຶກສາຮຽນຮ່ວມສໍາລັບເດັກທີ່ມີຄວາມບົກຜ່ອງທາງສະຕິປັນຍາ ເພື່ອປັບປຸງການເຂົ້າເຖິງການສຶກສາຮຽນຮ່ວມທີ່ມີຄຸນນະພາບສຳລັບເດັກນ້ອຍທີ່ມີຄວາມເປັນພິການທາງສະຕິປັນບາ ທັງນີ້ ກໍເພື່ອສ້າງ ຂີດຄວາມສາມາດໃຫ້ກັບສອງອົງການຈັດຕັ້ງທາງສັງຄົມ ສະມາຄົມເພື່ອຄົນໂອທິສຕິກ ແລະ ສະມາຄົມຄົນພິການທາງສະໝອງ ດ້ານການຮຽນຮ່ວມ ຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຊຸມຊົນ.

.
# ພາບ – ຂ່າວ: ຂັນທະວີ