ເນື່ອງໃນໂອກາດວັນອະນຸຮັກສັດນໍ້າ ສັດປ່າແຫ່ງຊ າດ 13 ກໍລະກົດ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 112 ປີ ໃຫ້ມີບັນຍາກາດຟົດຟື້ນ ວັນທີ 16 ກໍລະກົດ 2021 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປ່ອຍປາຄືນສູ່ທຳມະຊາດ ເນື່ອງໂອກາດວັນສຳຄັນດ່ັງກ່າວຂຶ້ນຢູ່ທ່ານໍ້າວັດຖໍ້າພະ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ໂດຍມີພະເຖລານຸເຖລະ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ພ້ອມດ້ວຍຄະນະຂອງນຳເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິໄຊ ສັນຕິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສີໂຄດຕະບອງ ກ່າວວ່າ: ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນອະນຸຮັກສັດນໍ້າສັດປ່າ ເພື່ອປູກຈິດສໍານຶກໃຫ້ອະນຸຊົນ ເຍົາວະຊົນຂອງຊາດ ໃຫ້ມີຄວາມຮັກ ແລະ ຫວງແຫນສັດນໍ້າ-ສັດປ່າ ພ້ອມທັງເປັນການປຸກລະດົມປວງຊົນໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ ປົກປັກຮັກສາ ພັດທະນາເພື່ອໃຫ້ສັດນໍ້າສັດປ່ານັບມື້ຂະຫຍາຍຕົວ ແລະ ອຸດົມສົມບູນ ເພື່ອກາຍເປັນທ່າແຮງ ແລະ ຄໍ້າປະກັນດ້ານສະບຽງອາຫານ ເປັນໂພຊະນາການໃຫ້ແກ່ຊີວິດການເປັນຢູ່ຂອງປະຊົນໃຫ້ນັບມື້ຫຼາຍຂຶ້ນ ນອກນັ້ນ ກິດຈະກໍາດັ່ງກ່າວ ຍັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄະນະນໍາ ແລະ ພະນັກງານພາຍໃນເມືອງ ໃຫ້ຫັນມາເອົາໃຈໃສ່ອະນຸຮັກສິ່ງແວດລ້ອມໃຫ້ອຸດົມສົມບູນຂຶ້ນໄປເລື້ອຍໆ.

ສໍາລັບຂະບວນການປ່ອຍປາຂອງເມືອງສີໂຄດຕະບອງ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 1994-2020 ໄດ້ປ່ອຍປາຄືນສູ່ທຳມະຊາດ 3,4 ລ້ານກວ່າໂຕ ໄດ້ປະກອບສ່ວນເຮັດໃຫ້ສັດນໍ້າຢູ່ຕາມທຳມະຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສ່ວນປີ 2021 ເມືອງສີໂຄດຕະບອງມີແຜນສືບຕໍ່ປ່ອຍປາ 50.000 ໂຕ ເພື່ອແນໃສ່ການສ້າງຄວາມສົມດຸນໃຫ້ລະບົບນິເວດ ໂດຍສະເພາະເຂດວັງສະຫງວນບ້ານອ່າງໃຫຍ່ (ວັດອ່າງໃຫຍ່) ແລະ ວັງສະຫງວນບ້ານຫ້ວຍຫ້ອມ (ວັດຖໍ້າພະ) ໃຫ້ມີຄວາມຍືນຍົງ ສະເພາະການປ່ອຍປາຄັ້ງນີ້ ມີປາທັງໝົດ 20.000 ໂຕ ໃນນັ້ນມີປານິນ ປາປາກ ປາກິນຫຍ້າ ແລະ ປາປະເພດອື່ນໆ ເຊິ່ງປາຈໍານວນດັ່ງກ່າວ ໄດ້ຮັບການປະກອບສ່ວນຊຸກຍູ້ຈາກຫຼາຍພາກສ່ວນຄື: ການຈັດຕັ້ງເມືອງ ປະຊາຊົນ ນັກທຸລະກິດ ແລະ ບັນດາຫ້າງຕ່າງໆ ຊ່ວຍເຫຼືອເປັນມູນຄ່າປະມານ 10 ລ້ານກີບ.
. # ຂ່າວ & ພາບ : ລັດເວລາ