ບົດບາດສື່ມວນຊົນ ຕໍ່ວຽກງານວັກຊີນໂຄວິດ-19

    ເພື່ອເປັນຂໍ້ມູນແກ່ນັກຂ່າວ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການຂົນຂວາຍເອົາວັກຊີນ ໂຄວິດ-19 ເພື່ອສ້າງຄວາມເຊື່ອໝັ້ນຕໍ່ຄວາມປອດໄພ ແລະ ປະສິດທິພາບຂອງວັກຊີນໂຄວິດ-19 ທັງເປັນການໃຫ້ຂໍ້ມູນແກ່ບັນນາທິການ ກ່ຽວກັບເປົ້າໝາຍວຽກງານສັກຢາສະບັບປັບປຸງໃໝ່ຂອງລັດຖະບານ ແລະ ໃຫ້ຂໍ້ມູນແກ່ນັກຂ່າວ ກ່ຽວກັບການໄດ້ຮັບວັກຊີນໂຕໃໝ່ ໂດຍການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນສະຫະລັດອາເມຣິກາ ຜ່ານໂຄງການເພື່ອເຂົ້າເຖິງວັກຊີນໂຄວິດ-19 ຫຼື ໂຄແວັກສ໌ ໃນວັນທີ 16 ກໍລະກົດ 2021 ທີ່ຮ້ານອາຫານຄົວລາວ ນະຄອນຫຼວງວຽງຈັນ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາຂ່າວສານ ກະຊວງສາທາລະນະສຸກ ອົງການອະນາໄມໂລກ ອຸຍນີເຊັບ ແລະ ສະຖານທູດສະຫະລັດອາເມຣິກາ ຈຶ່ງໄດ້ຈັດກອງປະຊຸມພົບປະສື່ມວນຊົນຂຶ້ນຢ່າງເປັນທາງການ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ນາງ ບີອາເຕ ດາສເຕລ ວ່າການແທນຜູ້ຕາງໜ້າອົງການອຸຍນີເຊັບ ທ່ານ ນາງ ທາຍອນຢາງ ຜູ້ຮັບຜິດຊອບວຽກງານສັກຢາ ອົງການອະນາໄມໂລກ ປະຈໍາລາວ ພ້ອມດ້ວຍບັນດາທ່ານຈາກສໍານັກງານ ອົງການ ຫົວໜ້າບັນນາທິການ ສື່ມວນຊົນຈາກພາກສ່ວນຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ.

.                               # ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!