ສປປ ລາວ ວັນນີ້ ມີຜູ້ຕິດເຊື້ອພະຍາດໂຄວິດໃໝ່ເພີ່ມອີກ 95 ຄົນ

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 16 ກໍລະກົດ 2021 ໃຫ້ຮູ້ວ່າ: ວັນທີ 15 ກໍລະກົດ 2021  ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1697 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 95 ຄົນ ໃນນັ້ນ ສະຫວັນນະເຂດ 22 ຄົນ (ກໍລະນີນໍາເຂົ້າ) ຄໍາມ່ວນ 2 ຄົນ (ກໍລະນີນໍາເຂົ້າ) ຈໍາປາສັກ 71 ຄົນ (ກໍລະນີນໍາເຂົ້າ 70 ຄົນ ຕິດເຊື້ອໃນຊຸມຊົນ 1 ຄົນ) ໃນນັ້ນ ກໍລະນີນຳເຂົ້າ 94 ຄົນ ມາຈາກ 3 ແຂວງດັ່ງກ່າວ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ ສ່ວນຕິດເຊື້ອໃນຊຸມຊົນ 1 ຄົນ ມາຈາກແຂວງຈຳປາສັກ 1 ຄົນ ເປັນຜູ້ຮັບຜິດຊອບໃນການແລ່ນເອກະສານເອົາເຄື່ອງອອກ ເຊິ່ງມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ ສຳລັບຜູ້ສຳຜັດໃກ້ຊິດ ທີມງານກຳລັງລົງໄປສອບສວນ ແລະ ເກັບກຳຂໍ້ມູນລະອຽດ ຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.

    ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3.187 ຄົນ ເສຍຊີວິດສະສົມ 4 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 1.008 ຄົນ.

.

  # ພາບ – ຂ່າວ: ວຽງມາ

error: Content is protected !!