ທັບນັກກີລາລາວ ອອກເດີນທາງໄປຮ່ວມໂອແລມປິກ 2021 ທີ່ປະເທດຍີ່ປຸ່ນ

    ທັບນັກກີລາລາວ ອອກເດີນທາງເຂົ້າຮ່ວມງານມະຫະກໍາກີລາໂອແລມປິກສາກົນ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນເຈົ້າພາບ ລະຫວ່າງວັນທີ 23 ກໍລະກົດ ຫາ 8 ສິງຫາ 2021 ໂດຍມີນັກກີລາທົ່ວໂລກ 205 ປະເທດ ຈາກ 5 ທະວີບເຂົ້າຮ່ວມຊີງໄຊ. 

    ການເດີນທາງຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 15 ກໍລະກົດ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ນຳພາໂດຍທ່ານນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ພ້ອມດ້ວຍຄະນະນຳອີກ 3 ທ່ານ ຄູເຝິກ-ນັກກີລາຢູໂດ ລອຍນໍ້າ ແລະ ແລ່ນ-ລານ ຈຳນວນ 5 ຄົນ ຍິງ 4 ຄົນ ກໍຄືຄູເຝິກ 3 ຄົນ ແລະ ນັກກີລາ 2 ຄົນ ໂດຍໃຫ້ກຽດສົ່ງການເດີນທາງຂອງທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ແລະ ພາກສ່ວນກ່ຽວຂ້ອງ. 

    ການເຂົ້າຮ່ວມງານກີລາໂອແລມປິກສາກົນທີ່ນະຄອນຫຼວງໂຕກຽວ ປະກອບມີນັກກີລາລອຍນໍ້າ 2 ຄົນ ກໍຄືນາງ ສິຣິອາລົມ ບຸດຈະເລີນ ລາຍການລອຍ 50 ແມັດ ປະເພດຟຣີສະຕາຍ ແລະ ທ້າວ ສັນຕິສຸກ ອິນທະວົງ ລາຍການລອຍ 50 ແມັດ ຟຣີສະຕາຍ ເຊັ່ນກັນ ແລະ ນັກກີລາແລ່ນ-ລານ 1 ຄົນ ນາງ ສິຣິນາ ພະອໍາໄພ ປະເພດແລ່ນ 110 ແມັດຍິງ ຂະນະທີ່ ນັກກີລາຢູໂດ ໜຶ່ງຄວາມຫວັງທັບນັກກີລາລາວ ກໍຄືທ້າວ ສຸກພະໄຊ ສິດທິສານ ໃນຮຸ່ນນໍ້າໜັກ 60 ກິໂລກຣາມ ແມ່ນໄດ້ເກັບຕົວເຝິກຊ້ອມຢູ່ທີ່ປະເທດຍີ່ປຸ່ນ.

  # ພາບ – ຂ່າວ: ສີພອນ

error: Content is protected !!