ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

    ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921-01/07/2021) ຂຶ້ນທີ່ນະຄອນຫຼວງວຽງຈັນ ວັນທີ 15 ກໍລະກົດ 2021  ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ ພ້ອມດ້ວຍພະນັກງານສະຖານທູດຈີນ ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ.

    ໃນພິທີດັ່ງກ່າວ ສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ໄດ້ມີຄໍາເຫັນ ໂດຍໄດ້ກ່າວເຖິງມູນເຊື້ອ ແລະ ວິລະກໍາອັນສະຫງ່າອົງອາດຂອງພັກກອມມູນິດຈີນ ໃນການນໍາພາຊີ້ນໍາປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ສະຖາປະນາ ສປ ຈີນຢ່າງສະຫງ່າຜ່າເຜີຍໃນປີ 1949 ອັນເປັນການໄຂສັງກາດໃໝ່ແຫ່ງການພັດທະນາ ສປ ຈີນ ຕາມເສັ້ນທາງສັງຄົມນິຍົມ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ ທີ່ຍຶດໝັ້ນອຸດົມການສັງຄົມນິຍົມ ຖືປະຊາຊົນເປັນໃຈກາງ ແລະ ມີການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງທີ່ສອດຄ່ອງກັບຍຸກສະໄໝ ແລະ ສີສັນຂອງຈີນ ຈຶ່ງສາມາດເຮັດສໍາເລັດພາລະກິດອັນຍິ່ງໃຫຍ່ຂອງພັກ ຂອງຊາດ ກໍຄືການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີເຫດການທໍາອິດຂອງພັກ-ລັດ ສປ ຈີນ ເຊິ່ງໄດ້ເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເຮັດສໍາເລັດພາລະກິດແຫ່ງການບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ການບັນລຸຄວາມມຸ່ງໝັ້ນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ.

    ໂອກາດດັ່ງກ່າວ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ ປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ພັກລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງຍາດມາໄດ້ໃນໄລຍະໜຶ່ງສະຕະວັດຜ່ານມາ ໂດຍໄດ້ຕີລາຄາວ່າໃນຕະຫຼອດໄລຍະ 100 ປີຜ່ານມາ ພັກກອມມູນິດຈີນໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງຕໍ່ພາລະກໍາປະຫວັດສາດຂອງຈີນ ຍຶດໝັ້ນໃນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ ນໍາພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ສະຖາປະນາ ສປ ຈີນ ດໍາເນີນການປະຕິຮູບ ແລະ ເປິີດປະຕູສູ່ພາຍນອກ ກໍຄືນໍາພາປະຊາຊົນຈີນອ້າຍນ້ອງບູລະນະສ້າງສາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງມີຜົນສໍາເລັດ ທີ່ເປັນພື້ນຖານ ແລະ ໜັ້ກແໜ້ນ.

    ປັດຈຸບັນ ພາຍໃຕ້ການຊີ້ນໍານໍາພາອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນນໍາ ການສ້າງສາພັດທະນາປະເທດຊາດຂອງຈີນ ໄດ້ສືບຕໍ່ມີຜົນສໍາເລັດໃຫຍ່ຫຼວງ ຮອບດ້ານ ອັນພົ້ນເດັ່ນ ແມ່ນການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີທໍາອິດ ໃນການສ້າງສໍາເລັດສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ບັນດາໄຊຊະນະອັນໃຫຍ່ຫຼວງ ແລະ ຜົນສໍາເລັດອັນມະຫັດສະຈັນທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ໃນປັດຈຸບັນ ເປັນການພິສູດໃຫ້ເຫັນຢ່າງເດັ່ນຊັດ ເຖິງຄວາມປີຊາສາມາດ ສະຫຼາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ໃນການນໍາພາຊີ້ນໍາຂອງພັກກອມມູນິດຈີນ ສະແດງໃຫ້ເຫັນເຖິງພະລັງແຮງແຫ່ງມະຫາສາມັກຄີຂອງປວງຊົນຊາວຈີນ ກໍຄືລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກກອມມູນິດຈີນ ປະຊາຊົນຈີນອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄືບັນລຸເປົ້າໝາຍ 100 ປີ ເຫດການທີສອງ ໃນການສ້າງ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ແລະ ບັນລຸຄວາມມຸ່ງໝັ້ນຝັນໃນການຟື້ນຟູຄວາມຮຸ່ງເຮືອງຂອງຊາດຈີນຕາມຄາດໝາຍທີ່ວາງໄວ້.

    ການຈັດພິທີໂຮມຊຸມນຸມໃນຄັ້ງນີ້ ເປັນໜຶ່ງໃນກິດຈະກໍາສໍາຄັນ ໃນບັນດາກິດຈະກໍາປີ 2021 ເຊິ່ງສອງຝ່າຍ ລາວ-ຈີນ ໄດ້ຕົກລົງນໍາກັນເປັນປີມິດຕະພາບ ລາວ-ຈີນ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄືການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

                # ຂ່າວ & ພາບ : ບຸນມີ ສີວິໄລ 

error: Content is protected !!