​ຫາດ​ຊາຍ​ຟອງ ປະ​ຕິ​ບັດ​ລະ​ບຽບຫົວ​ໜ່ວຍຮ້ານ​ກິນ​ດື່ມທີ່​ຊຸມ​ແຊວ

     ຄະ​ນະ​ສະ​ເພາະ​ກິດ ​ເພື່ອ​ຄວບຄຸມ ​ປ້ອງ​ກັນ ​ຕ້ານ ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ປະ​ຕິ​ບັດ​ລະ​ບຽບ​ການ​ ມາດ​ຕະ​ການທາງ​ດ້ານ​ກົດ​ໝາຍ ຕໍ່​ຜູ້​​ທີ່ລະ​ເມີດ​ຂໍ້​ຫ້າມຝືນ​ຕໍ່​ແຈ້ງ​ການ​ຂອງ​ຂັ້ນ​ເທີງວາງ​ອອກ ກໍ​ຄື​ແຈ້ງ​ການ​ຂອງ​ຫ້ອງວ່າ​ການ​ສຳ​ນັກ​ງານນາ​ຍົກ​ລັດ​ມົນ​ຕີ ເລກ​ທີ 595/ຫ​ສນຍ ເຊິ່ງ​​ໄດ້ລະ​ບຸ​ຢ່າງ​ຊັດ​ເຈນກ່ຽວ​ກັບ​ຂໍ້​ມຫ້າມ​ຕ່າງໆ ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ​ໄດ້​ລະ​ບາດ​ຢ່າງ​ແຮງ​ ໂດຍ​ບໍ່ອະ​ນຸ​ຍາດ​ໃຫ້​ຫົວ​ໜ່ວຍ​ທຸ​ລະ​ກິດ​ກິນ​ດື່ມ​ມີ​ການ​ຈຳ​ໜ່າຍ​ເຫຼົ້າ​ເບຍ ​ແລະ ຕັ້ງ​ວົງ​ຊຸມ​ແຊວ​ກິນ​ດື່ມ​​ສີ່ງ​ມຶນ​ເມົາ ທີ່​ມີ​ຜູ້​ຄົນເຕົ້າ​ໂຮມ​ເປັນ​ຈຳ​ນວo​ຫຼາຍ ​ເຊິ່ງ​ຈະ​ສົ່ງ​ຜົນ​ເຮັດ​​ໃຫ້​ຂາດ​ສະ​ຕິ​ ທີ່​ສຳ​ຄັນ ເຊື້ອພະ​ຍາດ​​ຈະມີ​ການ​ລະ​ບາດ​ເພີ່ມ​ຂື້ນ​ຢ່າງງ່າຍ​ດາຍ ແລະ ​ໄວ​​ທີ່​ສຸດ ຖ້າ​ຫາກ​​​ບໍ່​ມີ​ການ​ປ້ອງ​ກັນ​ໃນ​ທາງ​ທີ່​ຖືກ​ຕ້ອງ ແລະ ຖ້າ​ຫາກ​ບໍ່​ປະ​ຕິ​ບັດ​ຕາມ ​ກໍ​ຈະ​ຖືກ​ປະ​ຕິ​ບັດ​ມາດ​ຕະ​ການ​ປັບໃໝໃນ​ຂັ້ນ​ເດັດ​ຂາດ

     ວັນ​ທີ 13 ກໍ​ລະ​ກົດ 2021 ​ຄະ​ນະ​ສະ​ເພາະ​ກິດ​ດັ່ງ​ກ່າວ ໄດ້​ປະ​ຕິ​ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ແລະ ທິດ​ຊີ້​ນຳ​ຂອງຫົວ​ໜ້າ ​ປກ​ສ ເມືອງ ໃຫ້​ອອກກວດ​ກາລາດ​ຕະ​ເວນ ​ພົບ​ເຫັນ​ ໃຫ້ເຊີນ​ເອົາຜູ້​ກະ​ທຳ​ຝ່າ​ຝືນຂື້ນ​ມາ​ສຶກ​ສາ​ອົບຮົມຢູ່​ທີ່ກອງ​ບັນ​ຊາ​ການ ປກ​ສ ເມືອງ ​ໂດຍສົມ​ທົບ​ກັບ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ໃຫ້​ປະ​ຕິ​ບັດ​ລະ​ບຽບ ​ໃຊ້​ມາດ​ຕະ​ການປັບ​ໃໝ.

    ​ ​​ຜ່ານ​ມາ​ ຄະ​ນະ​ສະ​ເພາະ​ກິດ​​ໄດ້​ແຈ້ງ​ເຕືອນໃຫ້​ບັນ​ດາ​ຫົວ​ໜ່ວຍ​ຕ່າງ​ໆຊາບ​ແລ້ວ ແຕ່​ພວກ​ກ່ຽວ​​ບໍ່​ໃຫ້​ຄວາມ​ຮ່ວມ​ມືປະ​ຕິ​ບັດ​ຕາມ ​ມີ  10 ຫົວ​ໜ່ວຍ ​ຄື: ທ້າວ ສຸ​ລິ​ຍາ ບ້ານ​ແກ້ງ​ປາ​ຢ້າງ ເປີດ​ຮ້ານ​ຂາຍປີ້ງ​ແບ້  ແລະ ດື່ມ​ເບຍໃນຮ້ານມີ​ ​10 ຄົນ ນາງ ຄຳ​ຫຼ້າ ວິ​ລະ​ຫານ ບ້ານ​ໜອງ​ໄຮ ເປີດ​ຮ້ານ​ອາ​ຫານ​ຕາມ​ສັ່ງ ຂາຍ ແລະ ດື່ມ​ເບຍ​ໃນ​ຮ້ານມີ​ 7 ຄົນ ນາງ​ຄຳ ບ້ານ​ດົງ​ໂພ​ສີ ຮ້ານ​ຂາຍ​ເຄື່ອງ​ຍ່ອຍ ຂາຍ ​ດື່ມ​ເບຍໃນຮ້ານ 5 ຄົນ ນາງ ວຽງ​ໂຂງ ວົງ​ຄຳ​ຈັ​ນ ບ້ານ​ນາ​ໄຫ ຮ້ານ​ຂາຍ​ເຄື່ອງ​ຍ່ອຍ ຂາຍ ດື່ມ​ເບຍໃນຮ້ານ 9 ຄົນ ນາງ ຊົນ ສຸ​ວັນ​ນະ​ລາດ ບ້ານ​ຄວາຍ​ແດງ ເຮືອນ​ບຸກ​ຄົນ ຊຸມ​ແຊວ​ດື່ມ​ເບຍໃນຮ້ານ 7 ຄົນ ທ້າວ ຕາ​ມົນ ບ້ານ​ຄວາຍ​ແດງ ເຮືອນບຸກ​ຄົນ ຈັດ​ງານ​ຜູກ​ແຂນມີ ​30-40 ຄົນ ນາງ ນ້ອຍ ແກ້ວ​ແກ່ນ​ຈັນ ບ້ານ​ດົງ​ໂພ​ສີ ຮ້ານ​ອາ​ຫານ​ຕາມ​ສັ່ງ ຂາຍ​ ພ້ອມ​ດື່ມ​ເບຍໃນຮ້ານ 6 ຄົນ ເຮືອນທ້າວ ສຸ​ພາ​ສິດ ບ້ານ​ຊຽງ​ຄວນ ຈັດ​ງານໝັ້ນ​ຜູກ​ແຂນຜົວ-​ເມຍ ມີ​ຜູ້​ຄົນ 70-80 ຄົນ ຮ້ານ ​ປີ້ງ​ເປັດ ທ້າວ ​ຢັດ ນາງ ທິດ ບ້ານ​ທ່າ​ພະ ຂາຍ ​ດື່ມ​ເບຍມີ​ 18 ຄົນ ​ແລະ ຮ້ານ ​ບາ​ບີ​ຄິວ ທ້າວ ສອນ ບ້ານ​ທ່າມ່ວງ ຂາຍ​ ແລະ ດື່ມ​ເບຍມີ​ 28 ຄົນ

   ພວກ​ກ່ຽວ​ທັງໝົດ ​​ໄດ້​ລະ​ເມີດ​ຂໍ້​ຫ້າມ ແລະ​ ຝ່າ​ຝືນ​ຕໍ່​ລະ​ບຽບ​ແຈ້ງ​ການທີ່​ກ່າວ​ມາ ບໍ່​ເຫັນ​ຄວາມ​ສໍາ​ຄັນ ແລະ ​ບໍ່ໃຫ້​ການ​ຮ່ວມ​ມືກັບ​ເຈົ້າ​ໜ້າ​ທີ່​ໃນ​ການ​ປ້ອງ​ກັນ ​ຕ້ານ ​ສະ​ກັດ​ກັ້ນ​ການ​ລະ​ບາດ​ພະ​ຍາດ​ໂຄວິດ ​​ຢູ່ໃນ​ໄລ​ຍະທີ່​​ບ້ານ​ເມືອງ​ ກໍ​ຄື​ປະ​ເທດ​ຊາດທີ່​ກຳ​ລັງ​ປະ​ເຊີນໜ້າ​ກັບ​ໂຣກ​ລະ​ບາດທີ່​ມີ​ຄວາຍ​ຮ້າຍ​ແຮງ​ຢ່າງ​​ໜ້າ​ເປັນ​ຫ່ວງໃນ​ປັດ​ຈຸ​ບັນ.

                # ຂ່າວ & ພາບ:  ສົມສະຫວັນ

error: Content is protected !!