ຄະນະໂຄສະນາອົບຮົມ ນວ ສະຫຼຸບວຽກງານ 6 ເດືອນຜ່ານມາ

    ກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມທົ່ວນະຄອນຫຼວງວຽງຈັນ ປະຈຳ 6 ເດືອນຕົ້ນປີ 2021 ຈັດຂຶ້ນວັນທີ 15 ກໍລະກົດ 2021 ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ມີຫົວໜ້າ-ຮອງຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ແລະ ຫົວໜ້າຄະນະໂຄສະນາອົບຮົມ 9 ເມືອງເຂົ້າຮ່ວມ.

    ທ່ານ ນາງ ບົວຄຳ ອະໄພຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ນວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີ 2021 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021 ໃນໄລຍະ 6 ເດືອນຜ່ານມາ ຄະນະໂຄສະນາອົບຮົມ ນວ ໄດ້ຄົ້ນຄວ້າ ປັບປຸງເນື້ອໃນເອກະສານປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ເອກະສານໂຄສະນາສຶກສາອົບຮົມ ເພີ່ມທະວີຊີ້ນຳວຽກງານການເມືອງ-ແນວຄິດ ໃນການຕ້ານ ສະກັດກັ້ນ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈຳນວນ 1.500 ຊຸດ ຕິດຕາມ ຊຸກຍູ້ການຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໃຫ້ຫີນແຂວງຊຽງຂວາງ ຄົບຮອບ 62 ປີ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 61 ປີ ໄດ້ທັງໝົດ 167 ຄັ້ງ ພົ້ນເດັ່ນ ແມ່ນປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ ນວ ຈັດຕັ້ງປາຖະກະຖາລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ໂດຍຜ່ານລະບົບ Video Conference ໄປຫາເມືອງຫາດຊາຍຟອງ ເມືອງໄຊທານີ ເມືອງສີສັດຕະນາກ ແລະ ເມືອງຈັນທະບູລີ ຕິດຕາມ ຊຸກຍູ້ໃຫ້ອົງການຈັດຕັ້ງມະຫາຊົນ ສາທາລະນະສຸກຂັ້ນນະຄອນຫຼວງ ເມືອງ ແລະ ບ້ານ ໂຄສະນາເຜີຍແຜ່ສຶກສາອົບຮົມນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ ເຂົ້າໃຈຕໍ່ກັບມາດຕະການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕິດພັນກັບການໂຄສະນາເຜີຍແຜ່ເນື້ອໃນເອກະສານສຳຄັນຕ່າງໆ ໂດຍຖືເອົາການໂຄສະນາຜ່ານທາງໂທລະໂຄ່ງ ໂທລະພາບ ວິທະຍຸ ແລະ ສື່ສິ່ງພິມຕ່າງໆ  ໄດ້ທັງໝົດ 1.266 ຄັ້ງ ພ້ອມທັງຕິດຕາມ ເກັບກຳການຈັດຕັ້ງເຜີຍແຜ່ບັນດາມະຕິ ຄໍາສັ່ງ ຄຳແນະນຳ ລະບຽບ-ກົດໝາຍ ແຈ້ງການ ແລະ ນິຕິກຳຕ່າງໆຂອງສູນກາງ ນະຄອນຫຼວງ ແລະ ເມືອງ ທີ່ໄດ້ກຳນົດອອກໄດ້ 484 ຄັ້ງ ມີຜູ້ເຂົ້າຮ່ວມ 217.906 ເທື່ອຄົນ ພົ້ນເດັ່ນ ແມ່ນເອກະສານສຶກສາອົບຮົມນຳພາແນວຄິດໃຫ້ສະມາຊິກພັກ-ພະນັກງານ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ເພື່ອກະກຽມ ແລະ ດຳເນີນໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ທັງໝົດ 473 ຄັ້ງ ມີຜູ້ເຂົ້າຮ່ວມ 219.195 ເທື່ອຄົນ.

    ໃນ 6 ເດືອນຕົ້ນປີ ວາລະສານນະຄອນຫຼວງໄດ້ພິມຈຳໜ່າຍ 2 ສະບັບຄື:ສະບັບ 56 ປະຈຳເດືອນ 1-2 ແລະ ສະບັບ 57 ປະຈຳເດືອນ 3-4/2021 ແລະ ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ໄດ້ເຮັດໃຫ້ການຜະລິດຈຳໜ່າຍວາລະສານພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນສະພາບທາງດ້ານງົບປະມານ ເຮັດໃຫ້ຜູ້ອຸປະຖໍາ ຊຸກຍູ້ໃນການຜະລິດໄດ້ຖອນຕົວອອກ ຈຶ່ງໄດ້ມີການປັບປຸງຫຸ້ນຈາກລາຍ 2 ເດືອນ ມາເປັນລາຍໄຕມາດ ເຊິ່ງຈະເລີ່ມອອກສະບັບທີ 58 ປະຈຳໄຕມາດ (7-8-9/2021) ເປັນຕົ້ນໄປ ນອກຈາກນີ້ ຍັງໄດ້ຮັບການມອບໝາຍຈັດພິມປື້ມມະຕິ VII  ແລະ ແຜ່ນຮູບພາບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ  ສະໄໝທີ VII.

      ​                       # ຂ່າວ & ພາບ:  ຊິລິການດາ

error: Content is protected !!