ກຸ່ມຜະລິດກະສິກຳ ໄດ້ຮັບເຄື່ອງປໍ້ານໍ້າເພື່ອນໍາໃຊ້ເຂົ້າໃນການຜະລິດ

   ພະແນກກະສິກຳ ແລະ ປ່າໄມ້ ສົມທົບກັບອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບ-ຮັບປໍ້ານໍ້າໂຊລາເຊວ 10 ຊຸດ ມູນຄ່າ 100 ລ້ານກີບ ເພື່ອໃຫ້ຊາວກະສິກອນປູກພືດກະສິກຳອິນຊີໃນ 6 ເມືອງເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດໃຫ້ມີປະສິດທິຜົນ ຂຶ້ນວັນທີ 14 ກໍລະກົດ 2021 ຢູ່ພະແນກດັ່ງກ່າວ ໃຫ້ກຽດມອບໂດຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ຜູ້ຕາງໜ້າຈາກ 6 ເມືອງເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ຫຼ້າສາຍ ນວນທາສິງ ກ່າວວ່າ:  ເພື່ອປະຕິບັດຕາມແຜນພັດທະນາກະສິກຳເສດຖະກິດ-ສັງຄົມຂອງ ນວ  ໂດຍສະເພາະ ການພັດທະນາວຽກງານກະສິກຳໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ເຊິ່ງວຽກງານການຊຸກຍູ້ການປູກພືດຜັກກະສິກຳ ກໍເປັນວຽກໜຶ່ງທີ່ນອນໃນແຜນງານຜະລິດຄ້ຳປະກັນສະບຽງອາຫານ ແລະ ແຜນງານຜະລິດເປັນສິນຄ້າຂອງ ນວ ເພື່ອຂະຫຍາຍການຜະລິດ ແລະ ຮັບປະກັນການຜະລິດໄດ້ຕະຫຼອດປີ ໃນນັ້ນ ການນຳໃຊ້ນ້ຳໂຊລາເຊວ ຈຶ່ງມີຄວາມສຳຄັນແລະ ເປັນນະວັດຕະກໍາອັນໃໝ່ທີ່ສະດວກສະບາຍ ໂດຍສະເພາະ ການນຳໃຊ້ໃນພື້ນທີ່ການຜະລິດທີ່ບໍ່ມີໄຟຟ້າເຂົ້າເຖິງ ສາມາດນຳໃຊ້ລະບົບດັ່ງກ່າວຜະລິດກະແສໄຟຟ້າ ເພື່ອປໍ້ານ້ໍາຫົດສວນໃຫ້ສະດວກສະບາຍ ໂດຍສະເພາະ ການຜະລິດຂອງກຸ່ມກະສິກຳອີນຊີໃຫ້ມີປະສິດທິຜົນຍິງຂຶ້ນ.

    ດັ່ງນັ້ນ ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ  ວ່າດ້ວຍການອະນຸມັດຈ່າຍເງິນຮ່ວງເງິນລະດົມຈາກບໍລິສັດສີສວນອາໂບບແອັດເວັນເທດ ໂລມ້ອນມາຍນິ້ງ ຈຳກັດ ສົກປີ 2020 ເພື່ອນຳໃຊ້ເຂົ້າໃນການຕິດຕັ້ງໄດປ້ຳນ້ໍາໂຊລາເຊວ ທາງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ສົມທົບກັບອົງການປົກຄອງ ນວ ມອບເຄື່ອງປໍ້ານໍ້າໂຊລາເຊວຈຳນວນດັ່ງກ່າວໃຫ້ກຸ່ມຜະລິດກະສິກຳອິນຊີໃນ 6 ເມືອງເປົ້າໝາຍເພື່ອໄປນໍາໃຊ້ ຄື: ກຸ່ມຜະລິດກະສິກຳອິນຊີ ບ້ານນາສ້າງໄພ ແລະ ກຸ່ມບ້ານຊຽງດາ ເມືອງໄຊເສດຖາ ກຸ່ມບ້ານ ຈຳປາ ເມືອງສີໂຄດຕະບອງ ກຸ່ມໂຄກຊາຍ  ເມືອງຫາດຊາຍຟອງ ກຸ່ມບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ກຸ່ມບ້ານທົ່ງມັ່ງ ແລະ ກຸ່ມບ້ານໂນນແຕ້ ເມືອງໄຊທານີ ກຸ່ມບ້ານໂພນແກ້ວ ເມືອງນາຊາຍທອງ ແລະ ກຸ່ມຜະລິດກະສິກຳອິນຊີບ້ານທ່າຊ້າງ ເມືອງປາກງື່ມ.

​                            # ຂ່າວ & ພາບ:  ລັດເວລາ

error: Content is protected !!